ກົດໄລ້ ກົດແຊຣ໌ ດວງລາຍວັນ 28 ທັນວາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

    0
    252

    ຄົນເກີດວັນຈັນ:ການ​ງານ ພົບ​​ອຸປະສັກ​ເປັນ​ທຳມະດາ ແກ້​ໄຂ​ບັນຫາ​ຕ່າງ​ໆ ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ວ່ອງໄວ ການ​ເງິນ ​ຢູ່ໃນ​ເກນ​ທີ່​ຊົງ​ຕົວ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ໃດ​ໆ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ ການ​ງານ​ເປັນ​ເຫດ​ນຳ​ພາ​ໃຫ້​ຕ້ອງ​ພົບ​​ກັນ​ກໍ​ເປັນ​ໄປ​ໄດ້ ​

    ຄົນເກີດວັນອັງຄານ:ການ​ງານ ຈະ​ພົບ​ການ​ປ່ຽນ​ແປງ​ດ້ານ​ການ​ງານ​ທີ່​ດີ​ຂຶ້ນ​ໃນ​ໄລຍະ​ນີ້ ການ​ເງິນ​ ມີ​ໂຊກ​ຈະ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ ຄວາມ​ຮັກ​ ຈະ​ພົບ​ຮັກ​ກັບ​ຄົນທີ່​ມີ​ລັກສະນະ​ຜິວ​ສອງ​ສີ ຊຶ່ງ​ລາວ​ມີ​ສະເໜ່​ຫຼາຍ​ໆ

    ຄົນເກີດວັນພຸດ:ການ​ງານ​ ທຸລະກິດ​ກ່ຽວ​ຂ້ອງ​ກັບ​​ດ້ານ​ທີ່​ດິນ ທຸລະ​ກິດຈະການ​ເງິນ ຈະ​ເກີດ​ຄວາມ​ປ່ຽນ​ແປງ​ໃນ​ທາງ​ທີ່​ດີ​ຂຶ້ນ ການ​ເງິນ​ ໃນ​ໄລຍະ​ນີ້​ຕ້ອງລະ​ວັງ​ກ່ຽວກັບ​ເລື່ອງ​ຂອງ​ເອກະສານ​ສັນຍາ​ທີ່​ສົ່ງ​ຜົນ​ຕໍ່​ຄວາມ​ເປັນ​ໂມ​ຄະ ຕ້ອງ​ພິຈາລະນາ​ໃຫ້​ຮອບ ຄວາມ​ຮັກ ຈະ​ພົບ​ຄົນ​ຜິວ​ຂາວ​ທີ່​ທ່ານ​ມີ​ນິ​ໄສ​ໃຈ​ຄໍ​ຄ້າຍ​ໆ ກັບທ່ານ

    ຄົນເກີດວັນພະຫັດ:ການ​ງານ ຖ້າມີ​ການ​ເຈລະ​ຈາ​ແບບ​ລັບ​ໆ ກັບ​ຜູ້ໃຫຍ່​ຈະ​ສົ່ງ​ຜົນ​ດີີ​ຕໍ່​ຄວາມ​ສຳ​ເລັດ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງດວງທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ​ຫຼາຍ​ໆ ມີດວງໃນ​ການ​ສ່ຽງ​ໂຊກ ຄວາມ​ຮັກ ງົດ​ໃຊ້​ອາລົມ​ໃນ​ການ​ເຈລະ​ຈາ​ກັບ​ຄົນ​ຮັກ​ໃນ​ໄລຍະ​ນີ້ ບໍ່​ຢ່າງ​ນັ້ນ​ຈະ​ເກີດ​ການ​ຂັດ​ແຍ້ງ​ກັນ

    ຄົນເກີດວັນສຸກ:ການ​ງານ ພາລະ​ກິດ​ມີ​ຫຼາຍ ຕ້ອງ​ເດີນທາງ​ຕິດ​ຕໍ່​ງານ​ເລື້ອຍ​ຫຼາຍ​ເປັນ​ພິເສດ​ໃນ​ໄລຍະ​ນີ້ ການ​ເງິນ ລະ​ມັດລະ​ວັງ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ ແຕ່​ກໍ​ໂຊ​ກດີ​ທີ່​ຈະ​ໄດ້​ເງິນ​ເຂົ້າ​ມາ ມີດວງໃນ​ການ​ສ່ຽງ​ໂຊກ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ ສະຖານນະການ​ຢູ່ໃນ​ເກນ​ທີ່​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ

    ຄົນເກີດວັນເສົາ:ການ​ງານ​ ພະຍາຍາມ​ຫາ​ວິທີ​ສ້າງ​ຄວາມ​ສຳ​ເລັດ​ທາງ​ດ້ານ​ທຸລະ​ກິດຈະການ​ງານ​ໃຫ້​ກັບ​ຕົນເອງ ການ​ເງິນ ​ຢູ່ໃນ​ເກນ​ທີ່​ຊົງ​ຕົວ ແລະ​ ໃຊ້​ຄວາມ​ຂະຫຍັນ​ໃນ​ເລື່ອງ​ຂອງ​ການ​ຫາ​ເງິນ ຫາ​ລາຍ​ໄດ້​ເຂົ້າ​ມາ​ເພີ່ມ​ຫຼາຍ​ຂຶ້ນ​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ ຄວາມ​ຮັກ ຈະ​ພົບ​ໃຜ​ບາງ​ຄົນ​ໃນ​ໄລຍະ​ນີ້ ແຕ່​ລະ​ວັງ​ເຂົາຈະ​ມາ​ຕົວະດ້ວຍ​ຄວາມ​ບໍ່​ຈິງ​ໃຈ​ຫຼາຍກວ່າ​ທີ່​ຈະ​ມາມ​ອບ​ຄວາມ​ຮັກ​ທີ່​ແທ້​ຈິງ

    ຄົນເກີດວັນອາທິດ:ການ​ງານ ໄລຍະ​ນີ້​ທຸກ​ຄົນ​ຈະ​ໄດ້ຮັບ​ຮູ້​ເຖິງ​ຊື່​ສຽງ​ ແລະ​ ຄວາມ​ສຳ​ເລັດ​ຂອງ​ທ່ານ ແລະ​ ຄວາມ​ສາມາດ​ຂອງ​ທ່ານຈະ​ໄດ້​ເປີດ​ເຜີຍແຜ່ສູ່ສາທາລະນະ​ຊົນ ​ແລະ​ ຖືກ​ເວົ້າ​ເຖິງ​ໃນ​ທາງ​ທີ່​ດີ ການ​ເງິນ ມັກ​ຈະ​ພົບ​​ອຸປະສັກ​ທາງ​ດ້ານ​ການ​ເງິນ​ໃນ​ການ​ຊ່ວຍ​ເຫຼືອ​ບໍລິວານ ແຕ່​ກໍ​ຈະ​ພົບ​ຜູ້​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ ຈະໄດ້​ພົບ​​ໃຜ​ບາງ​ຄົນ​ແຕ່​ເປັນ​ການທຳ​ຄວາມ​ຮູ້​ຈັກ​ກັນ​ກ່ອນ ແລະ​ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ໃນ​ເທື່ອ​ນີ້

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.