ຍາມເສບຍາມຂາຍລະບໍ່ຮູ້ຈັກຄິດ! ຍາມຖືກຈັບລະຮ້ອງໄຫ້ຢ່າງດຽວ
ຈັບເປົ້າໝາຍມີ ຢ າ ບ້ າ ໄວ້ໃນຄອບຄອງ ໄດ້ສອງຄົນ ຍິງ 1 ຊາຍ 1ວັນທີ 21 ທັນວາ 2021 ເວລາ 14:30 ໂມງ ປກສ ກຸ່ມໜອງທາ ເມືອງຈັນທະບູລີ ໄດ້ຮັບລາຍງານຂໍ້ມູນຈາກພົນລະເມືອງດີວ່າ: ພົບເຫັນຄົນສົ່ງ ຢ າ ບ້ າ ໃຫ້ກັນຫຼາຍຄັ້ງ ຢູ່ສາມແຍກທາງຮ່ອມ 19 ບ້ານຫ້ວຍຫົງ ເມືອງຈັນທະບູລີ. ຈາກນັ້ນ, ຈິ່ງໄດ້ສົມທົບກັບ ປກສ-ປກຊ ບ້ານ ຫ້ວຍຫົງ ເພື່ອຕິດຕາມເກັບກໍາຂໍ້ມູນ ຈິ່ງກຳນົດເປົ້າໝາຍໄດ້ສອງຄົນ ເປັນຍິງ 1 ຄົນ ໄປຮອດເຮືອນພັກແຫ່ງໜຶ່ງ ຂອບເຂດບ້ານໜອງທາເໜືອ ເມືອງຈັນທະບູລີ.
ຈາກນັ້ນ, ເຈົ້າໜ້າທີ່ຈິ່ງເຂົ້າກັກຕົວ ທັງສອງ ພ້ອມກວດຄົ້ນຕົວພວກກ່ຽວ ພົບເຫັນຂອງກາງ ຢ າ ບ້ າ 50 ເມັດ ແລະ ໂທລະສັບ 4 ເຄື່ອງ ຊາບຊື່ ນາງ ຄຳນ້ອຍ ອາຍຸ 26 ປີ ບ້ານຄຳຮຸ່ງ ເມືອງໄຊທານີ ພົບເຫັນ ຢ າ ບ້ າ 50 ເມັດ ໂທລະສັບ 1 ເຄື່ອງ ແລະ ຜູ້ທີ່ສອງຊື່ ທ້າວ ສຸກສາຄອນ ອາຍຸ 36 ປີ ກຳມະກອນ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພົບເຫັນໂທລະສັບ 3 ເຄື່ອງ.
ເຈົ້າໜ້າທີ່ ປກສ ກຸ່ມ ໜອງທາ ໄດ້ສົ່ງຕົວພວກກ່ຽວທັງສອງໃຫ້ ປກສ ເມືອງຈັນທະບູລີ ສືບຕໍ່ດຳເນີນຕາມຂັ້ນຕອນຂອງກົດໝາຍ.