ໄປລອງຊິມບໍ ? ເມນູສຸດຫຼູ “ສະເຕັກຄຳ” ໃນໂຮງແຮມແຫ່ງໜຶ່ງ ຄົນໄປກິນຫຼາຍກວ່າ1,000ຄົນແລ້ວ
ໂຮງແຮມແຫ່ງໜຶ່ງໃນປະເທດຫວຽດນາມ ເປີດໃຫ້ຜູ້ຄົນໄດ້ມີໂອກາດລອງເມນູສະເຕັກຄຳ.ປີແລ້ວນີ້, ໂຮງແຮມ Dolce Hanoi Golden Lake ໃຊ້ໂລຫະຈຳນວນຫລາຍໃນລະຫວ່າງໂຄງການປັບປຸງອາຄານ ໂດຍມີການຊຸບຄຳກັບເຄື່ອງຂອງໃຊ້ທຸກຢ່າງ ຕັ້ງແຕ່ອ່າງອາບນ້ຳໄປຈົນເຖິງໂຖຊັກໂຄກ.
ປະຈຸບັນທາງໂຮງແຮມໄດ້ປ່ຽນຊື່ພັດຕາຄານແຫ່ງໜຶ່ງໃນໂຮງແຮມ ໃຫ້ມີຊື່ວ່າ Golden Beef Restaurant ເຊິ່ງເປັນສ່ວນຫນຶ່ງຂອງແຜນການທາງທຸລະກິດ. ຮ້ານອາຫານນີ້ໄດ້ເພີ່ມເມນູ “ສະເຕັກ ໂທມາຮ໋ອກ ວາກິວ” ເຄືອບຄຳ ມີລາຄາປະມານ 45 ໂດລາ
Nguyen Huu Duong ປະທານກຸ່ມ Hoa Binh ເຊິ່ງເປັນເຈົ້າຂອງໂຮງແຮມນີ້ບອກກັບສຳນັກຂ່າວຣອຍເຕີວ່າ ຈົນເຖິງຕອນນີ້ມີລູກຄ້າມາລອງຊິມເມນູສະເຕັກຄຳນີ້ຫລາຍກວ່າ 1,000 ຄົນແລ້ວ.
ທີ່ມາ: ນັກທຸລະກິດ