ໂອ້! ເຫັນໃຈເຈົ້າຂອງຮ້ານ ສອງແມ່ຕູ້ກິນບຸບເຟ ແຕ່ບໍ່ພໍລັກປູລັກກຸ້ງໃສ່ຖົງກຽມກັບບ້ານນໍາ ເປັນອີກເລື່ອງທີ່ສ້າງສຽງຮືຮາໃຫ້ກັບຊາວເນັດອີກແລ້ວ ສໍາລັບເຫດການສອງແມ່ຕູ້ໄປນັ່ງກິນບຸບເຟ ແຕ່ຂາກັບພັດລັກກຸ້ງລັກປູໃສ່ຖົງ ຈະເອົາກັບບ້ານນໍາ ໂຊກດີທີ່ເຈົ້າຂອງຮ້ານເຫັນຈຶ່ງຮີບເຂົ້າມາຫາ ສ່ວນສອງຕູ້ກໍ່ຮີບຍ່າງໜີເລີຍ.ເຫດການທີ່ແອັດກ່າວເຖິງຂ້າງເທິງນັ້ນ ແມ່ນເກີດຂຶ້ນຢູ່ປະເທດໄທ ແຕ່ແອັດເຫັນວ່າມັນກໍ່ເປັນເລື່ອງໃກ້ຕົວຄົນລາວເລີຍຢາກເອົາມາເຕືອນເປັນອຸທາຫອນ ໂດຍສະເພາະເຈົ້າຂອງຮ້ານບຸບເຟທັງລາຍ.
ເຟສບຸກຂອງຜູ້ເສຍຫາຍກໍ່ຄືເຈົ້າຂອງຮ້ານ ໄດ້ອອກມາໂພສພາບພ້ອມຂໍ້ຄວາມລະບຸໄວ້ວ່າ:
ເຕືອນໄພ ຜູ້ປະກອບການ ຮ້ານບຸບເຟ ແມ່ຕູ້ທັງສອງບໍ່ຄວນເຮັດແບບນີ້ເລີຍ ມື້ນີ້ ສອງແມ່ຕູ້ ມາກິນອາຫານຢູ່ຮ້ານ ເຮົາກໍ່ດີໃຈເພາະສອງເຖົ້ງມາກິນດຸ ບໍ່ເຄີຍຄິດທີ່ຈະຈັບຕາເບິ່ງລູກຄ້າ ເພາະຄິດວ່າ ແມ່ຕູ້ມັກກິນອາຫານທະເລ ແຕ່ແລ້ວຄວາມຈິງກໍ່ປາກົດ ແມ່ຕູ້ພາກັນລັກຂອງກິນກັບບ້ານ ເປັນຈໍານວນຫຼາຍ.
ໂດຍກຽມກ່ອງມາຈາກກບ້ານຢ່າງດີ ເອົາກັບຫຼາຍຈົນລູກຄ້າຫຼາຍໂຕະສົງສານຮ້ານ ມາລັກບອກ ເຮົາຈຶ່ງແອບເບິ່ງກ້ອງວົງຈອນປິດ ແລ້ວຄວາມຈິງກໍ່ປາກົດ ເຊິ່ງທາງຮ້ານຕົກໃຈແຮງ ບໍ່ຮູ້ຈະເຮັດແນວໃດ ບໍ່ຢາກໃຫ້ເລື່ອງຮອດຕຳຫຼວດ ຕັດສິນໃຈຍ່າງໄປບອກໃຫ້ຢຸດ
ແມ່ຕູ້ກໍ່ສະແດງອາການຢາກຮ້າຍໃສ່ ແລ້ວອ້າງວ່າເຈັບທ້ອງຈະເອົາກັບໄປກິນຢູ່ເຮືອນ.
ໃນຖານະເຈົ້າຂອງຮ້ານຮູ້ສຶກເສຍໃຈຫຼາຍ ຢ່າໄປເຮັດແບບນີ້ກັບຮ້ານອື່ນເດີ້. ແຕ່ສຸດທ້າຍທາງຮ້ານກໍ່ບໍ່ໄດ້ດໍາເນີນຄະດີ ແລະ ແມ່ຕູ້ທັງສອງກໍ່ຮີບຍ່າງໜີອອກໄປ.