ແຂວງຫົວພັນເປີດແຂວງ ແລະ ຜ່ອນຜັນຫລາຍກິດຈະການ

    0
    260

    ວັນທີ 17 ທັນວາ 2021 ນີ້, ແຂວງຫົວພັນ ເລີ່ມເປີດແຂວງ, ອີງຕາມແຈ້ງການເລກທີ408/ຈຂ.ຫພ ລົງວັນທີ16 ທັນວາ 2021 ອະນຸຍາດໃຫ້ບຸກຄົນທີ່ສັກວັກຊີນຄົບໂດສ ສາມາດເດີນທາງເຂົ້າແຂວງຫົວພັນໄດ້ປົກກະຕິ ໂດຍບໍ່ຈຳກັດບໍລິເວນ, ຄົນບຸກຄົນ ທີ່ສັກວັກຊີນບໍ່ຄົບໂດສ ຕ້ອງໄດ້ຈຳກັດບໍລິເວນຢູ່ເຮືອນຕົນເອງ 14 ວັນ, ສຳລັບຄົນຕ່າງແຂວງ ທີ່ບໍ່ທັນໄດ້ສັກວັກຊີນຄົບໂດສແມ່ນບໍ່ອະນຸຍາດໃຫ້ເດີນທາງເຂົ້າແຂວງຢ່າງເດັດຂາດ, ອະນຸຍາດໃຫ້ຈັດກອງປະຊຸມ ບໍ່ໃຫ້ເກີນ ຄົນ ແຕ່ຖ້າເກີນ ແມ່ນຕ້ອງໄດ້ຂໍອະນຸຍາດຈາກຄະນະສະເພາະກິດກ່ອນ, ອະນຸຍາດໃຫ້ເປີດການຮຽນ-ການສອນ, ອະນຸຍາດໃຫ້ຈັດງານຕ່າງໆເຊັ່ນ: ບຸນປີໃໝ່ສາກົນ, ບຸນກິນຈຽງ, ບຸນປົດປີ(ເກຼີ) ແມ່ນໃຫ້ຈັດໄດ້ສະເພາະຄອບຄົວຕາມຮີດຄອງປະເພນີທີ່ເຄີຍປະຕິບັດມາ ບໍ່ໃຫ້ເຕົ້າໂຮມຄົນຈຳນວນຫລາຍ, ອະນຸຍາດເປີດການຂົ່ນສົ່ງທາງບົກ ແລະ ທາງອາກາດປົກກະຕິ.

    ສືບຕໍ່ປິດຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານນວດ, ແລະ ຮ້ານສະນຸເກີ ທົ່ວແຂວງຫົວພັນ. ປິດສູນອອກກຳລັງກາຍໃນຮົ່ມ ແລະ ກາງແຈ້ງທຸກປະເພດ ຫ້າມຈັດການແຂ່ງຂັນກິລາທຸກປະເພດທົ່ວແຂວງ. ຫ້າມຈັດງານລ້ຽງ, ງານດອງ, ງານສ້າງສັນ ຫລື ຊຸມແຊວທຸກຮູບແບບ ທຸກສະຖານທີ່ທົ່ວແຂວງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.