ເຈົ້າໜ້າທີ່ບຸກຈັບແກ້ງ ໄ ລ້ ສົ ດ ໂ ປ້ ເ ປື ອ ຍ ທັງ ຄົນຈີນ ຄົນລາວ ຈຳນວນ 16 ຄົນ ຍິງ 8 ຄົນ
ເວລາ 21 ໂມງ, ວັນທີ16/12/21, ເຈົ້າໜ້າທີ່ພະແນກ ຕຳຫຼວດເມືອງສີໂຄດ ສົມທົບກັບ ສັນຕິບານ, ປກສ ກຸ່ມ, ບ້ານ ເຂົ້າກວດກາອາພັດເມັ້ນຊົນເສົາ, ຂອງຄົນຈີນ, ຕັ້ງຢູ່ບ້ານປາກທ້າງ, ເມືອງສີໂຄດຕະບອງ,
ຫຼັງຈາກໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າຢູ່ ອາພັດເມັ້ນຫຼັງທີ່ 8, ຊັ້ນທີ່ 4 ຫ້ອງ 402, ມີການ ເ ຜີ ຍ ແ ຜ່ ສິ່ ງ ລ າ ມົ ກຜ່ານລະບົບຄອມພິວເຕີ້, ແລ້ວຈິ່ງຈັດຕັ້ງກຳລັງລົງໄປກວດກາອາພັດເມັ້ນດັ່ງກ່າວ.
ຜ່ານການກວດກາພົບເຫັນ ຄົນຢູ່ໃນຫ້ອງດັ່ງກ່າວ ຈຳນວນ 16 ຍິ ງ 8 ຄົນ, ມີຄົນຈີນ 2 ຄົນ, ໃນນີ້, ມີ ຄົນລາວ 4 ຍິງ 2 ຄົນ, ກໍາລັງ ເ ປື ອ ຍ ກ າ ຍ ຢູ່ໃນຫ້ອງ ທີ່ມີໂທລະສັບ ເ ປີ ດ ໄ ລ້ ສົ ດ ( ມີຫ້ອງ ໄ ລ້ ສົ ດ ສະເພາະ ຂອງໂທລະສັບ ), ຢູ່ໃນຫ້ອງຍັງພົບເຫັນ ຖົ ງ ຢ າ ງ ອ າ ນ າ ໄ ມ
ທີ່ໄຊ້ແລ້ວຖີ້ມສະ ຢູ່ບໍລິເວນຫ້ອງ ແລະ ເປັນກັບທີ່ຍັງບໍ່ໄດ້ໄຊ້ຈຳນວນໜຶ່ງ, ຈິ່ງໄດ້ກັກຕົວ ພວກກ່ຽວທັງ 16 ຍິງ 8 ຄົນ ແລະ ຢຶດໂທລະສັບ ພ້ອມຂອງກາງ ອື່ນໆ ມາສືບສວນ-ສອບສວນ ຢູ່ ກອງບັນຊາການ ປກສ ເມືອງສີໂຄດຕະບອງ