ເປັນຄວາມຜິດຫວັງຂອງຊາວລາວ ທັງປະເທດຫຼັງຈາກທີ່ ທີມຊາດລາວ ຊຸດໃຫຍ່ຊຸດນີ້ ທີ່ຖືກຄາດຫວັງວ່າຈະເປັນທີມທີ່ດີທີ່ສຸດເທົ່າທີ່ເຄີຍມີມາ ໃນການແຂ່ງຂັນບານເຕະ ເອເອັຟເອັຟ ຊູຊູກິ ຄັບ 2020 ( AFF SUZUKI CUP ) ແຕ່ຜົນງານຕົວຈິງກັບບໍ່ເປັນດັ່ງທີ່ຫວັງ ເສຍທັງ 4 ນັດລວດ ຫຼັງນັດຫຼ້າສຸດເສຍໃຫ້ກັບ ກໍາປູເຈຍ 0-3.
ກ່ອນໜ້ານີ້ ທີມຊາດລາວ ມີຄວາມຫວັງສູງພໍສົມຄວນທີ່ຈະລ້າງແຄ້ນ ກໍາປູເຈຍ, ແຕ່ໃນການແຂ່ງຂັນຕົວຈິງໃນເວລາ 16:30 ໂມງຂອງວັນທີ 15 ທັນວາ 2021 ປາກົດວ່າ: ທີມຊາດລາວ ຖືກ ກໍາປູເຈຍ ຂຶ້ນນໍາ 2-0 ໃນເຄິ່ງເວລາທໍາອິດຈາກການຍິງຂອງ ຈັນ ວັດທະນາກາ ກອງໜ້າປະສົບສູງຂອງທີມຊາດກໍາປູເຈຍ ແລະ ເຄິ່ງເວລາທໍາອິດກໍາປູເຈຍ ຄອງບານໄດ້ເໜືອກວ່າຊັດເຈນ.
ເຄິ່ງເວລາທີ 2 ກໍາປູເຈຍ ຮັກສາມາດຕະຖານການຫຼິ້ນ ແລະ ຄອງເກມໄວ້ໄດ້ຢ່າງໜຽວແໜ້ນ, ສ່ວນ ທີມຊາດລາວ ກໍໄດ້ໂອກາດຍິງແຕ່ບໍ່ດີພໍ, ຈົນເຖິງນາທີໆ 74 ທີມຊາດກໍາປູເຈຍ ມາໄດ້ປະຕູຕ໊ອກຢໍ້າໄຊຊະນະ ແລະ ຈົບການແຂ່ງຂັນ ກໍາປູເຈຍ 3-0 ລາວ (ເບິ່ງຄລິບຍິງປະຕູໄດ້ລຸ່ມນີ້)
ຈົບການແຂ່ງຂັນ ກໍາປູເຈຍ ເອົາຊະນະ ພ້ອມເກັບ 3 ຄະແນນຈາກ 3 ນັດທໍາອິດຢຶດທີ 4 ຂອງຕາຕະລາງກຸ່ມ B ຕໍ່ໄປ, ສ່ວນ ທີມຊາດລາວ ລົງແຂ່ງຂັນ 4 ນັດບໍ່ມີຈັກຄະແນນຢຶດອັນດັບທີສຸດທ້າຍຂອງຕາຕະລາງ ແລະ ກຽມກັບບ້ານໄວໆນີ້.
ນອກນັ້ນ ໄຊຊະນະນັດນີ້ຍັງເຮັດໃຫ້ ກໍາປູເຈຍ ຊະນະ ທີມຊາດລາວ ໄດ້ 3 ຄັ້ງຕິດຕໍ່ກັນໃນລາຍນີ້ຄືປີ 2016 ຊະນະລາວ 2-1, ປີ 2018 ຊະນະ ລາວ 3-1 ແລະ ປີ 2020 ຊະນະ ລາວ 3-0, ສ່ວນ ທີມຊາດລາວ ຊະນະ ກໍາປູເຈຍ ໄດ້ພຽງ 1 ຄັ້ງນັບແຕ່ປີ 2000 ໃນລາຍການນີ້ຄືປີ 2004 ຊະນະກໍາປູເຈຍ 2-1.
ຮູບຈາກ: AFF Suzuki Cup