ມາເປັນກຳມະກອນຢູ່ວຽງຈັນແຕ່ໂຊກຮ້າຍຖືກລົດຕຳດັບຄາທີ່ວອນສັງຄົມຊ່ວຍຊື້ໂລງໃນນ້ອງຊາຍ
ເກິດອຸປະຕິເຫດລົດຈັກຕຳກັບລົດຈັກຄູ່ກໍ່ລະນີ້ກໍ່ເສຍຊີວິດຄືກັນອ້າຍບໍ່ມີເງິນຊື້ໂລງແລະເມມມ້ຽນຄາບອາບສົບໃຫ້ນ້ອງຊາຍມາແຕ່ແຂວງຫຼວງພະບາງມາເສຍຊີວີດຢູ່ນະຄອນຫຼວງວຽງຈັນ.
ຜູ້ເສຍຊີວີດຊື່:ທ້າວ ດາວເພັດ ສີວິໄລ ອາຍຸ20ປີ ເຊິ່ງຜູ້ກ່ຽວເປັນຄອບຄົວທຸກຍາກຢູ່ແຂວງຫຼວງພະບາງ ຍ້ອນວ່າຕົນເອງມີຄວາມທຸກຍາກຂາດເຂີນຈື່ງໄດ້ມາເປັນກຳມະກອນຫາເຊົ້າກີນຄຳ ອາໃສຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ໄດ້ເກີດອຸປະຕິເຫດລົດຈັກຕຳກັບລົດຈັກຢູ່ເຂດຕະຫຼາດບ້ານເມືອງນ້ອຍເສຍຊີວິດຄາທີ່ໃນຄືນວານນີ້ທີ11/12/2021 ແຕ່ບັນຫາທາງເສດຖະກິດໃນໄລຍະໂຄວິດ19ນີ້ຄອບຄົວຜູ້ເປັນອ້າຍຢູ່ນະຄອນຫຼວງວຽງຈັນກະບໍ່ມີເງິນຊື້ໂລງແລະເມມມ້ຽນຄາບອາບສົບນ້ອງຊາຍທ້າວດາວເພັດ ສີວິໄລ ຜູ້ເສຍຊີວີດທີ່ເກີດອຸບັດຕິເຫດ.
ດັ່ງນັ້ນຈຶ່ງວອນຜູ້ໃຈບຸນທັງຫຼາຍຊ່ວຍຜູ້ລະເລັກລະໜ້ອຍເຮັດບູນຊື້ໂລງ,ເມມແລະມ້ຽນຄາບອາບສົບທ້າວດາວເພັດ ສີວິໄລ ດ້ວຍເຖີດ.
ສົບແມ່ນເກັບໄວໂຮງເຢັນ ສົ່ງສະການ 13/12/2021 ທີ່ວັດບ້ານສົມສະຫັວນ ເວລາ2ໂມງແລງ.ຊື້ໂລງ,ເມມມ້ຽນຄາບອາບສົບລວມຄ່າໃຊ້ຈ່າຍທັງໝົດ2.500.000ກີບ.
ທ່ານໃດຍາກຊ່ວຍເຫຼືອສາມາດບໍລິຈາກເຂົ້າບັນຊີກາງ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:ກີບ/LAK: 010120000993902001 ໂດຣາ/USD: 010120100993902001 ບາດ/THB: 010120200993902001ຂໍມູນເພີມເຕີມໂທ:
020 5669 1624.
ຂໍຂອບໃຈຜູ້ທີ່ໃຈບຸນທັງຫລາຍທີ່ຮ່ວມຊ່ວຍເຫລືອສັງຄົມນໍາທີມງານພວກເຮົາ ຂໍໃຫ້ບຸນກຸສົນທີ່ທ່ານ ແລະຄອບຄົວ ໄດ້ເຮັດໃນມື້ນີ້ຈົ່ງໄປຄໍ້າຊູທ່ານແລະຄອບຈົ່ງມີສຸຂະພາບແຂງແຮງແລະລ້ຳລວຍຕະຫລອດໄປສາທຸເຖີດ.