ກຽມເປີດປະເທດ! ນາຍົກພ້ອມຫາລືກັບຄະນະຈັດຕັ້ງ ເພື່ອຕ້ອນຮັບບນັກທ່ອງທ່ຽວ
ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ວ່າ: ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມແຜນເປີດປະເທດ ໃນປັດຈຸບັນ ທ່ານນາຍົກລັດຖະມົນຕີກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວແລ້ວ
ເຊິ່ງຄະນະດັ່ງກ່າວ ຈະໄດ້ຄົ້ນຄວ້າສ້າງແຜນລວມຢ່າງລະອຽດຈັດກອງປະຊຸມປຶກສາຫາລື ກໍານົດນະໂຍບາຍ, ມາດຕະການ, ເຕັກນິກ ແລະ ວິທີການຈັດຕັ້ງປະຕິບັດ ສຳລັບການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ
ພ້ອມທັງນໍາສະເໜີແຜນການເປີດປະເທດ ປະສານສົມທົບ, ສະຫລຸບຖອດຖອນບົດຮຽນ ແລະຂໍການຮັບຮອງຈາກຄະນະຊີ້ນຳລວມ ເພື່ອຈັດຕັ້ງປະຕິບັດ ລາຍລະອຽດອ່ານຕາມແຈ້ງການເພີ່ມເຕີມ
ກຽມເປີດປະເທດ! ນາຍົກພ້ອມຫາລືກັບຄະນະຈັດຕັ້ງ ເພື່ອຕ້ອນຮັບນັກທ່ອງທ່ຽວ