6 ປີ ມີ788 ບໍລິສັດ ເຂົ້າລົງທຶນໃນເຂດເສດຖະກິດພິເສດ ມີທຶນຈົດທະບຽນເກືອບ16ຕື້ໂດລາ

    0
    384

    ນັບແຕ່ປີ 2016 ຫາ ເດືອນທັນວາ 2021 ມີບໍລິສັດເຂົ້າມາຈົດະບຽນ ລົງທຶນໃນເຂດເສດຖະກິດ ທັງ12 ແຫ່ງທົ່ວປະເທດທັງໝົດ 788 ບໍລິສັດ ລວມມູນຄ່າຈົດທະບຽນ 15,9 ຕື້ກວ່າໂດລາ. ຢ່າງໃດກໍຕາມ ມີ7 ບັນຫາທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ.

    ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃນໄລຍະ 2016-2020 ແລະ ທິດທາງແຜນການ 2021-2025.


    ກອງປະຊຸມມິຂຶ້ນໃນວັນທີ 8 ທັນວາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ; ມີທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານຮອງເຈົ້າແຂວງທີ່ມີເຂດເສດຖະກິດພິເສດຕັ້ງຢູ່, ພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ແລະ ຜູ້ພັດທະນາບັນດາເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມກອງປະຊຸມ ຜ່ານລະບົບທາງໄກ.


    ທ່ານ ສອນປະເສີດ ດາລາວົງ ວ່າການຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກ່າວບາງຕອນວ່າ: ຜ່ານການພັດທະນາເຂດເສດຖະກິດພິເສດ ທັງ 12 ເຂດຄື: ເຂດເສດຖະກິດ ສະຫວັນ-ເຊໂນ, ເຂດເສດຖະກິດ ບໍ່ເຕ່ນແດນງາມ, ເຂດການຄ້າວຽງຈັນ-ໂນນທອງ, ເຂດກວມລວມໄຊເສດຖາ, ດົງໂພສີ, ພູຂຽວ, ບຶງທາດຫຼວງ, ເຂດລອງແທ່ງ-ວຽງຈັນ, ເຂດທ່າແຂກ, ຈຳປາສັກ, ຫຼວງພະບາງ ນັບແຕ່ປີ 2016 ຫາ ເດືອນທັນວາ 2021 ແມ່ນມີບໍລິສັດເຂົ້າມາຈົດະບຽນ ຈຳນວນ 788 ບໍລິສັດ ລວມມູນຄ່າທຶນຈົດທະບຽນທັງໝົດ 15,9 ຕື້ກວ່າໂດລາ.


    ໃນນັ້ນ ບໍລິສັດພາຍໃນ 84 ບໍລິສັດ, ບໍລິສັດຕ່າງປະເທດ 676 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 28 ບໍລິສັດ. ພ້ອມນີ້ຍັງສາມາດປະຕິບັດພັນທະອາກອນຕ່າງໆທັງໝົດ ຈຳນວນ 413,9 ຕື້ກວ່າກີບ. ສາມາດສ້າງວຽກເຮັດງານທຳໄດ້ 52.319 ຄົນ; ມີມູນຄ່າການນຳເຂົ້າສົ່ງອອກສິນຄ້າທັງໝົດ 4,7 ຕື້ໂດລາ ແລະ ມູນຄ່າການສົ່ງອອກຈຳນວນ 2,3 ຕື້ໂດລາ.
    ທ່ານກ່າວຕື່ມວ່າ: ສຳລັບບັນຫາຄົງຄ້າງແມ່ນ1. ການຈັດຕັ້ງປະຕິບັດສັນຍາບາງເຂດ ຍັງບໍ່ທັນມີຄວາມຄືບໜ້າເທົ່າຄວນ ຍ້ອນຄວາມອາດສາມາດໃນການເຂົ້າເຖິງແຫຼ່ງທຶນ, ການຕະຫຼາດ ແລະ ການຊອກຄູ່ຮ່ວມທຸລະກິດຍັງມີຂໍ້ຈຳກັດ;
    2. ການຈັດເກັບລາຍຮັບ ແມ່ນຍັງບໍ່ທັນຖືກຈັດເກັບຄົບຖ້ວນເຊັ່ນ: ລາຍຮັບຈາກການຖືຮຸ້ນຂອງລັດ, ອາກອນມູນຄ່າເພີ່ມຈາກການກໍ່ສ້າງ, ອາກອນລາຍໄດ້ຈາກການຂາຍອະສັງຫາລິມະຊັບ ແລະ ອື່ນໆ ສາເຫດຕົ້ນຕໍຍ້ອນການປະສານສົມທົບບໍ່ທັນໄດ້ດີເທົ່າທີ່ຄວນ.


    3. ການສະໜອງແຮງງານລາວເຂົ້າເຮັດວຽກໃນເຂດ ຍັງບໍ່ສາມາດຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການໂດຍສະເພາະ ເຂດສາມຫຼ່ຽມຄໍາ ແລະ ເຕ່ນແດນງາມ, ສ່ວນຫລາຍຄົນລາວແມ່ນເຮັດທຸລະກິດປິ່ນອ້ອມຈຳນວນໜຶ່ງເທົ່ານັ້ນ, ໃນໄລຍະຜ່ານມາ 2 ເຂດດັ່ງກ່າວແມ່ນພວມເລັ່ງໃສ່ການພັດທະນາພື້ນຖານໂຄງລ່າງ ໂດຍນໍາໃຊ້ແຮງງານຈີນ ແລະ ພະມ້າເປັນຈໍານວນຫລາຍ.
    4. ກົນໄກການບໍລິການປະຕູດຽວ ຢູ່ໃນເຂດຍັງບໍ່ທັນຄ່ອງຕົວເທົ່າທີ່ຄວນ, ເນື່ອງຈາກຕິດພັນກັບລະບຽບການ, ນິຕິກາຂອງຫລາຍຂະແໜງການ ໂດຍສະເພາະການອອກອະນຸຍາດຕ່າງໆທີ່ກ່ຽວຂ້ອງ;
    5. ການແກ້ໄຂບັນຫາທີ່ດິນ ບາງເຂດຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວເຊັ່ນ ຈຸດ A ເຂດສະຫວັນ-ເຊໂນ, ເຂດພູຂຽວ, ເຂດລ່ອງແທ່ງ-ວຽງຈັນ ແລະ ເຂດທ່າແຂກ;


    6. ການສ້າງໂຄງການທີ່ມີສ່ວນຮ່ວມກັບປະຊາຊົນ ໃຫ້ມີຜົນປະໂຫຍດຈາກການພັດທະນາຍັງມີໜ້ອຍເຊັ່ນ: ການປູກ, ການລ້ຽງ, ການສະໜອງສິນຄ້າອຸປະໂພກ, ບໍລິໂພກເຂົ້າໃນໂຄງ , ການຍັງຂາດການປະສານສົມທົບລະຫວ່າງເຂດ ອຳນາດການປົກຄອງທ້ອງຖິ່ນ;
    7. ການປັບປຸງກົງຈັກການຈັດຕັ້ງ ກໍ່ຍັງບໍ່ທັນສຳເລັດໂດຍສະເພາະ ການໂຮມສະ ພາບໍລິຫານເຂດພູຂຽວ ເຂົ້າກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ຄຳມ່ວນ, ສ່ວນແຂວງຫລວງພະບາງ ຍ້ອນເຂດດັ່ງກ່າວ ບໍ່ທັນມີຄວາມຄືບໜ້າ ການປະກາດກົງຈັກການຈັດຕັ້ງຈຶ່ງລໍຖ້າໄວ້ກ່ອນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.