ກົດໄລ້ ກົດແຊຣ໌ ດວງລາຍວັນ 9 ທັນວາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

    0
    309

    ຄົນເກີດວັນຈັນ​:ການ​ງານ​ ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ​ເລື່ອນ​ຕຳແໜ່ງ ແຕ່ຕ້ອງລະວັງເລື່ອງການໃຊ້ອາລົມກັບເພື່ອນຮ່ວມງານ ການ​ເງິນ ຈະ​ໄດ້​ໂຊກ​ແບບ​ບໍ່​ຄາດ​ຝັນອາດເຮັດໃຫ້ທ່ານໄດ້ເງິນເພີ່ມ ຄວາມ​ຮັກ​ ມີ​ໂອ​ກາດ​ພົບ​ຄົົນທີ່​ມີ​ຄວາມ​ສ້າງສັນ ມີ​ຖານະ​ຫມັ້ນຄົງ

    ຄົນເກີດວັນອັງຄານ:ການ​ງານ ເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ໃນໜ້າທີ່ການງານ ການ​ເງິນ ມື້​ນີ້​ເດີນທາງ​ແລ້ວ​ຈະ​ໄດ້​ເງິນ ຜູ້ໃຫຍ່ຈະຊ່ວຍອຸປະຖໍາ ຄວາມ​ຮັກ​ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ທີ່ມີອາຍຸຫຼາຍກວ່າ

    ຄົນເກີດວັນພຸດ:ການ​ງານ​ ​ ພົບ​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ແລ້ວ​ກໍ່​ໃຫ້​ເກີດ​ໂຊກແບບບໍ່ໄດ້ຕັ້ງໂຕ ການ​ເງິນ​ ພົບ​ເລື່ອງ​ເສຍ​ເງິນ​ແບບບໍ່ຄາດຝັນ ເພາະເປັນຊ່ວງທີ່ໃຊ້ຈ່າຍຫຼາຍຄວາມ​ຮັກ​ ໄດ້​ພົບ​ຮັກ​ກັບ​ຄົນໃກ້ຕົວ ແຕ່ຕ້ອງລະວັງເລື່ອງມືທີ່ 3 ອາດເຂົ້າມາກໍກວນ

    ຄົນເກີດວັນພະຫັດ:ການ​ງານ ຖ້າທ່ານຄິດ ຫຼື ຢາກເຮັດສິ່ງໃດຈົ່ງຕັ້ງໃຈ ເພາະການງານຂອງທ່ານຄ່ອນຂ້າງດີ ການ​ເງິນ​ ມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ
    ຄວາມ​ຮັກ​ ໄດ້​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວລາວຈະເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ແລະ ມັກ

    ຄົນເກີດວັນສຸກ:ການ​ງານ​ ການ​ລົງ​ທຶນ​ທຸລະກິດ​ເກີດ​ຄວາມ​ຜິດ​ພາດຕ້ອງມີຄວາມຮອບຄອບໃຫ້ຫຼາຍ ການ​ເງິນ​ ໄດ້​ພົບ​ຜູ້​ອຸປະຖຳ​ທາງ​ການ​ເງິນ ແລະ ຕ້ອງລະວັງເລື່ອງຂອງການເງິນ ຄວາມ​ຮັກ​ ສຸກ​ສົມ​ຫວັງ​ໃນ​ເລື່ອງ​ຄວາມ​ຮັກ ເຖິງຈະມີບັນຫາເລັກນອ້ຍມາໃຫ້ແກ້ໄຂຕະຫຼອດເວລາ

    ຄົນເກີດວັນເສົາ:ການ​ງານ​ ໄດ້​ພົບ​ຮຸ້ນ​ສ່ວນ​ທີ່​ດີ ຈະເຮັດໃຫ້ທຸລະກິດຂອງທ່ານຂ້ອນຂ້າງດີ ການ​ເງິນ​ ມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ເງິນຈາກຜູ້ໃຫຍ່ ທີ່ຊ່ວຍອຸປະຖໍາ ຄວາມ​ຮັກ ໄດ້​ພົບ​ຮັກ​ກັບ​ຄົົນທີ່​ຢູ່​ຕ່າງ​ຖິ່ນ ອາດມີເລື່ອງໃຫ້ຕ້ອງມີການຜິດຖຽງກັນແຕ່ກໍເປັນເລື່ອງປົກກະຕິ

    ຄົນເກີດວັນອາທິດ:ການ​ງານ​ ເຮັດ​ທຸລະກິດ​ຂອງຕົນເອງຈະໄດ້ກໍາໄລຫຼາຍກວ່າເຮັດນໍາໝູ່ ຫຼື ເພື່ອນຮ່ວມງານ ການ​ເງິນ​ ມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ
    ຄວາມ​ຮັກ ມີ​ໂອ​ກາດ​ໄດ້​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.