ພະລັງຂອງຄວາມເປັນແມ່! ຂີ່ລົດຖີບໄປເກີດລູກເອງຕອນ2ໂມງເຊົ້າ.
ເອີ້ນໄດ້ວ່າ ນີ້ແຫຼະພະລັງຂອງຄົນເປັນແມ່ ເມື່ອຍິງຊາວນິວຊີແລນ ຕ້ອງຮີບໄປເກີດລູກທີ່ໂຮງໝໍ ນາງເລີຍຕັດສິນໃຈ ຂີ່ລົດຖີບໄປດ້ວຍຕົນເອງ. Julie Anne ອາດີດລັດຖະມົນຕີກະຊວງສະຕີນິວຊີແລນ
ນາງໄດ້ໂພສຂໍ້ຄວາມລົງໂຊຊ່ຽວ ຫຼັງຈາກມື້ກ່ອນນາງເກີດອາການເຈັບທ້ອງເກີດລູກຕອນປະມານ2ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ດ້ວຍຄວາມທີ່ນາງເປັນມີໃຈຮັກມັກໃນການຖີບລົດຖີບແລະເບິ່ງວ່າມັນນ່າຈະເປັນວິທີທີ່ເຮັດໃຫ້ນາງໄປຮອດໂຮງໝໍໄວສຸດ
Julie ກັບສາມີຂອງນາງເລີຍຕັດສິນໃຈຖີບລົດຖີບໄປເກີດລູກດ້ວຍຕົວເອງນາງບອກວ່າອາການເຈັບທ້ອງຂອງນາງບໍ່ຄ່ອຍແຮງປານໃດ ແລະ ໃຊ້ວລາພຽງ10ນາທີໃນການຖີບລົດຖີບໄປຮອດໂຮງໝໍ ແລະຫຼັງຈາກນັ້ນ1ຊົ່ວໂມງນາງກໍ່ໄດ້ໃຫ້ກຳເນີດລູກຂອງລາວ.
ຂໍສະແດງຄວາມຍິນດີນຳຄອບຄົວຕ້ອນຮັບສະມາຊິກໃໝ່