ສຳນັກຂ່າວເອເອຟພີລາຍງານວ່າ ທ່ານ ອັລເບີດ ບູຣ໌ລາ ຜູ້ບໍລິຫານບໍລິສັດຟາຍເຊີ ຜູ້ຜະລິດຢາລາຍໃຫຍ່ຂອງສະຫະລັດອາເມຣິກາເປີດເຜີຍວ່າ: ບໍລິສັດໄດ້ເລີ່ມຂະບວນການເພື່ອຜະລິດວັກຊີນທີ່ເນັ້ນໃສ່ເພື່ອປ້ອງກັນສາຍພັນໂອໄມຄຣອນໂດຍສະເພາະຂຶ້ນແລ້ວ ເພື່ອວ່າ ກໍລະນີວັກຊີນທີ່ມີໃນປັດຈຸບັນບໍ່ສາມາດປ້ອງກັນສາຍພັນດັ່ງກ່າວໄດ້.
ຜູ້ບໍລິຫານຟາຍເຊີກ່າວອີກວ່າ: ນັກວິທະຍາສາດຂອງບໍລິສັດໄດ້ເລີ່ມທົດລອງວັກຊີນຟາຍເຊີກັບເຊື້ອໂອໄມຄຣອນ ມາຕັ້ງແຕ່ວັນທີ 26 ພະຈິກຜ່ານມາ ແລະ ຖ້າຫາກວ່າ ວັກຊີນຂອງຟາຍເຊີທີ່ມີໃນປັດຈຸບັນບໍ່ສາມາດປ້ອງກັນສາຍພັນດັ່ງກ່າວໄດ້ ຫຼື ມີປະສິດທິພາບຕ່ຳລົງ, ທາງບໍລິສັດກໍຕ້ອງພັດທະນາວັກຊີນຊະນິດໃໝ່ຂຶ້ນມາອີກ. ພ້ອມສະແດງຄວາມໝັ້ນໃຈວ່າ ຢາເມັດ ແພັກໂລວິດ ຂອງບໍລິສັດຟາຍເຊີ ຍັງຈະສາມາດປິ່ນປົວຜູ້ຕິດເຊື້ອ ໂອໄມຄຣອນໄດ້ຢ່າງແນ່ນອນ.