ການປາກົດຂຶ້ນຂອງໂຄວິດກາຍພັນໂອໄມຄຣອນ ເຮັດໃຫ້ຄວາມຫວັງໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເກືອບວ່າຫຼົ້ມສະຫຼາຍໄປທັນທີ ເຊິ່ງສະທ້ອນໃຫ້ເຫັນສິ່ງທີ່ນັກວິທະຍາສາດເຄີຍອອກມາເຕືອນກ່ອນໜ້ານີ້ວ່າ ເຊື້ອພະຍາດໂຄວິດ-19 ຍິ່ງຈະປັບຕົວໃຫ້ແຂງແຮງຂຶ້ນ ຕາບໃດທີ່ຜູ້ຄົນສ່ວນໃຫຍ່ຢູ່ໃນໂລກນີ້ບໍ່ໄດ້ຮັບການສັກວັກຊີນປ້ອງກັນຢ່າງທົ່ວເຖິງ.
ນັກວິທະຍາສາດ ແລະ ອົງການອະນາໄມໂລກເຄີຍອອກມາເຕືອນຫຼາຍຄັ້ງວ່າ ການກັກຕຸນວັກຊີນຂອງປະເທດຮັ່ງມີ ໄດ້ເຮັດໃຫ້ບັນດາປະເທດທຸກຍາກຂາດແຄນວັກຊີນ ເຊິ່ງຕໍ່ບັນຫາດັ່ງກ່າວນັ້ນ ບໍ່ໄດ້ເປັນຄວາມສ່ຽງສະເພາະແຕ່ເຂດທີ່ຂາດແຄນວັກຊີນເທົ່ານັ້ນ ແຕ່ຍັງເປັນຄວາມສ່ຽງຕໍ່ທົ່ວໂລກ ເນື່ອງຈາກເຊື້ອພະຍາດຈະແຜ່ລະບາດໄປຍັງໝູ່ບ້ານທີ່ຍັງບໍ່ທັນໄດ້ຮັບວັກຊີນ ເຊິ່ງເພີ່ມຄວາມເປັນໄປໄດ້ທີ່ມັນຈະກາຍພັນເປັນໄວຣັສທີ່ມີຄວາມອັນຕະລາຍຫຼາຍຂຶ້ນ ແລະ ເຮັດໃຫ້ການແຜ່ລະບາດຍືດຍາວອອກໄປອີກ.
ທ່ານ ດຣ. ຣີຊາດ ແຮັທເຊັທ ຜູ້ບໍລິຫານ CEPI ເຊິ່ງເປັນອົງກອນທີ່ເຮັດວຽກສະໜັບສະໜູນໂຄງການໂຄແວັກຂອງອົງການອະນາໄມໂລກ ກ່າວວ່າ: ໄວຣັສຊະນິດນີ້ ເປັນນັກສວຍໂອກາດທີ່ບໍ່ມີຄວາມເມດຕາໃດໆ ເຊິ່ງສະທ້ອນໃຫ້ເຫັນວ່າ ສະຖານະການທີ່ເກີດຂຶ້ນໃນຂະນະນີ້ ເປັນການຕອກຢ້ຳເຖິງຄວາມບໍ່ເທົ່າທຽມໃນການເຂົ້າເຖິງວັກຊີນ.
ທັງນີ້ ພື້ນທີ່ທີ່ບໍ່ເທົ່າທຽມການເຂົ້າເຖິງວັກຊີນຫຼາຍທີ່ສຸດຄືທະວີບອາຟຣິກກາ ໂດຍຂະນະນີ້ ມີປະຊາຊົນໄດ້ຮັບການສັກວັກຊີນແລ້ວ ປະມານ 7% ຂອງຈຳນວນປະຊາກອນເທົ່ານັ້ນ. ອົງການອະນາໄມໂລກໄດ້ຕັ້ງເປົ້າວ່າ ຈະກະຈາຍວັກຊີນຈຳນວນ 1.400 ລ້ານໂດສ ໃຫ້ແກ່ປະເທດທຸກຍາກພາຍໃນທ້າຍປີນີ້ ນັ້ນກໍໝາຍຄວາມວ່າ ຈະຕ້ອງກະຈາຍວັກແຊັງປະມານ 25 ລ້ານໂດສຕໍ່ວັນໄປຍັງປະເທດກຸ່ມເປົ້າໝາຍ ແຕ່ໃນຄວາມເປັນຈິງແລ້ວ ນັບແຕ່ຕົ້ນເດືອນຕຸລາເປັນຕົ້ນມາ ມີການສົ່ງມອບວັກຊີນໄປຍັງປະເທດກຸ່ມເປົ້າໝາຍພຽງແຕ່ປະມານ 4 ລ້ານໂດສຕໍ່ວັນ ເທົ່ານັ້ນ.