ສຶກສາອົບຮົມ ແລະ ປັບໃໝ ເຈົ້າຂອງຮ້ານອິນເຕີເນັດຄາເຟ 2 ຮ້ານ ທີ່ລະເມີດແຈ້ງການ
ວັນທີ 18 ພະຈິກ ນີ້,ພະແນກຕຳຫຼວດ ກອງບັນ ຊາການ ປກສ ເມືອງສີສັດຕະນາກ ໄດ້ສົມທົບກັບ ປກສ ກຸ່ມຈອມແຈ້ງ ລົງກວດກາຮ້ານອິນເຕີເນັດຄາເຟ ສີສົ້ມ 24 ຊົ່ວໂມງ ແລະ ຮ້ານບູດາກ້ອນ ອິນເຕີເນັດ ຕັ້ງຢູ່ບ້ານຈອມແຈ້ງ ເມືອງສີສັດຕະນາກ ນວ.ທີ່ລະເມີດຕໍ່ແຈ້ງການ ເລກທີ 44/ສພກ.ນວ, ລົງວັນທີ 14 ພະຈິກ 2021 ການສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ໃນນະ ຄອນຫຼວງວຽງຈັນ.
ຜ່ານການສອບສວນ ຮູ້ວ່າ: ເຈົ້າຂອງຮ້ານ ຊື່ ທ້າວ ນຸ່ຍ ອາຍຸ 30 ປີ ຢູ່ບ້ານບໍ່ໂອ ເມືອງຫາດຊາຍຟອງ ນວ ແລະ ທ້າວ ສະຖາພອນ ອາຍຸ 23 ປີ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນວ,ໄດ້ລະ ເມີດແຈ້ງການ, ໂດຍການລັກລອບເປີດໃຫ້ບໍລິ ການເຕີມເຊີເກມ, ຈຶ່ງຢຶດຄອມພິວເຕີ ພ້ອມເຄື່ອງປີນເຕີ 2 ຊຸດ ໄວ້ເປັນຫຼັກຖານ.
ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ,ຈຶ່ງໄດ້ສຶກ ສາອົບຮົມພວກກ່ຽວ ພ້ອມທັງໃຊ້ມາດຕະການ ປັບໃໝຕາມລະບຽບການ.