ຂໍ້ມູນຂ່າວໂດຍ: ແອໂຣລາວ ມາແລ້ວເດີ້ ລົດໄຟຂະບວນທີ 2!!!! ແຕ່ຍັງບໍ່ແມ່ນແຄນລາວເທື່ອ, ຂະບວນລົດໄຟ ໂດຍສານສາຍດ່ວນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊື່ວ່າ “ລ້ານຊ້າງ” ເຊັ່ນດຽວກັນ ໄດ້ເດີນທາງເຖິງສະຖານີນະຄອນຫຼວງວຽງຈັນ ແລ້ວ!!! ວັນທີ18 ຕຸລາ 2021 ນີ້, ຂະບວນລົດໄຟໂດຍສານສາຍດ່ວນ (ຂະບວນທີ2) (ຍັງບໍ່ລະບຸຊື່) ເດີນທາງເຖິງນະຄອນຫຼວງວຽງຈັນ ໂດຍກຽມພ້ອມທີ່ຈະເປີດນໍາໃຊ້ບໍລິການປະຊາຊົນລາວ ໃນວັນທີ 3ທັນວາ 2021 ນີ້ ເປັນຕົ້ນໄປ .ຂະບວນທີ 2 ເປັນລົດໄຟລຸ້ນ CR200J ລຸ້ນອັບເກຼດ , EMU ຫຼື Electric Multiple Units , ແລ່ນລາງຂະໜາດ 1,435 ມມ ,ຕາມມາດຕະຖານເກນລະບົບລາງລົດໄຟຄວາມໄວສູງ ຂອງໂລກ, ລົດໄຟສາມາດແລ່ນຄວາມໄວຈາກ 110 ກິໂລແມັດ/ຊົ່ວໂມງ ເຖິງ 210 ກິໂລແມັດ/ຊົ່ວໂມງຂະບວນນີ້ ທຸກຄົນຄິດວ່າຄວນຈະໄສ່ຊື່ຫຍັງ? “ ເຊິ່ງຕາມທີ່ແອໂຣລາວຄາດການໜ້າຈະມີຫຼາຍກວ່າ 2 ຂະບວນແນ່ນອນ….ເພາະມາແບບງຽບໆ ,ອາດມີຫຍັງເຊີໄພ ແນ່ນອນ… “
.
ນຳສະເໜີໂດຍ: ທີມງານແອໂຣລາວ