ດ່ວນ! ປິດການເຂົ້າ-ອອກ ເມືອງຊຳເໜືອ 13 ວັນ ເລີ່ມ 20 ພະຈິກ ຫາ 3 ທັນວາ

    0
    334

    ເມືອງຊຳເໜອ ແຂວງຫົວພັນຕັດສິນໃຈປິດເມືອງ ເພື່ອກວດລ້າງໂຄວິດພາຍຫຼັງກວດພົບຜູ້ຕິດເຊື້ອເຖິງ 21 ຄົນໃນວັນດຽວຢູ່ ແຂວງຫົວພັນ ທັ້ງນີ້ກໍ່ເພື່ອປ້ອງການຊີວິດຂອງປະຊາຊົນທ້ອງຖິ່ນບໍ່ໃຫ້ຕົກເປັນເຫຍື່ອຂອງເຊື້ອໂຄວິດໄປຫຼາຍກວ່ານີ້. ຫຼ້າສຸດໃນວັນທີ 20 ພະຈິກ 2021 ນີ້ ເຈົ້າເມືອງຊຳເໜືອ, ແຂວງຫົວພັນ ອອກຄຳສັ່ງປິດການເຂົ້າອອກເມືອງຊຳເໜືອຊົ່ວຄາວ ເນື່ອງຈາກເຫັນວ່າມັນມີຄວາມສ່ຽງທີ່ຈະລະບາດຂອງພະຍາດໂຄວິດ-19 ໄປສູ່ຫຼາຍບ້ານຂອງເມືອງຊຳເໜືອ. ພ້ອມເຈົ້າເມືອງຊຳເໜືອ ອອກຄໍາສັ່ງດັ່ງນີ້:


    ປິດການເຂົ້າ-ອອກເມືອງຕໍ່ເມືອງ, ບ້ານຕໍ່ບ້ານຂອງເມືອງຊຳເໜືອ ນັບແຕ່ວັນທີ 20 ພະຈິກ ຫາ ວັນທີ 3 ທັນວາ 2021 (ຍົກເວັ້ນຄະນະສະເພາະກິດຂັ້ນເມືອງທີ່ເຄື່ອນໄຫວວຽກງານ), ປິດການຮຽນ-ການສອນທຸກຊັ້ນຮຽນທົ່ວເມືອງຊຳເໜືອ ເພື່ອຮັກສາໄລຍະຫ່າງໃນສັງຄົມ. ໂດຍ ມອບໃຫ້ບັນດາຫ້ອງການອ້ອມຂ້າງເມືອງ, ອົງການທຽບເທົ່າຂັ້ນເມືອງຈັດຜຽນໃຫ້ພະນັກງານ-ລັດຖະກອນມາປະຈໍາການໃນແຕ່ລະວັນຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 22 ພະຈິກ ຫາ ວັນທີ 3 ທັນວາ 2021, ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານທີ່ຮັບຜິດຊອບລະບົບໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສື່ສານ, ການຂົນສົ່ງ, ສາທາລະນະສຸກ, ຜູ້ທີ່ໄດ້ຮັບການມອບໝາຍໃຫ້ປະຈຳການ.
    ໃນໄລຍະເວລດັ່ງກ່າວໃຫ້ປິດກິດຈະກໍາການຫຼິ້ນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ, ຫ້າມຈັດງານແຂ່ງຂັນກິລາທຸກປະເພດຈົນກ່ວາຈະມີແຈ້ງການອະນຸມັດໃຫ້ເປີດຢ່າງເປັນທາງການ, ປິດຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຮ້ານສະນຸກເກີທຸກປະເພດ, ຫ້າມຈັດງານບຸນປະເພນີ, ງານລ້ຽງ, ງານດອງ, ງານສ້າງສັນ ຫຼື ຊຸມແຊວຕ່າງໆ.

    ພ້ອມນີ້ກໍ່ຫ້າມຈັດກອງປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຕ້ານພະຍາດໂຄວິດ-19ຂັ້ນເມືອງ, ຫ້າມສວຍໃຊ້ໂອກາດກັກຕູນ ຫຼື ຂຶ້ນລາຄາສິນຄ້າອຸປະໂພກ, ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອຶ່ນໆທີ່ມີຄວາມຈໍາເປັນຕໍ່ການດຳລົງຊີວິດປະຈຳວັນ.


    ອັນສຳຄັນແມ່ນຫ້າມຄົນເມືອງຊຳເໜືອເດີນທາງໄປຕ່າງເມືອງ, ຕ່າງແຂວງ. ຫ້າມຄົນຕ່າງເມືອງ, ຕ່າງແຂວງເດິນທາງເຂົ້າມາເມືອງຊຳເໜືອ, ຍົກເວັ້ນຜູ້ທີ່ມີພູມລໍາເນົາ, ເຮັດວຽກປະຈໍາຢູ່ເມືອງຊຳເໜືອ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ພ້ອມມາດຕະການອື່ນໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.