ໄຟຟ້າລາວແຕ່ງຕັ້ງ ຮອງຜູ້ອໍານວຍການ ຄົນໃໝ່

    0
    1180

    ຕອນບ່າຍຂອງວັນທີ 19 ພະຈິກ 2021, ທີ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງີນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ເປັນປະທານຮ່ວມ ໃນພິທີປະກາດແຕ່ງຕັ້ງ ທ່ານ ສຸລິຍາ ມະນີວົງ ອະດິດຮອງຫົວໜ້າ ກົມປະຕິຮູບ ລັດວິສາຫະກິດ-ປະກັນໄພ ກະຊວງ ການເງິນ, ໃຫ້ດໍາລົງຕຳແໜ່ງ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວຄົນໃໝ່.

    ພິທີແຕ່ງຕັ້ງໃນຄັ້ງນີ້ມີ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ແລະ ຕາງໜ້າ ຈາກ ກະຊວງ ການເງິນ, ກະຊວງ ພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດ ໄຟຟ້າລາວ ເຂົ້າຮ່ວມເປັນສັກຂີພິຍານ.

    ປະຊາຊົນຜູ້ໃຊ້ໄຟຟ້າບອກວ່າ ຈະໃຫ້ໃຜມາຮັບໃນຕຳແໜ່ງຂໍພຽງໃຫ້ເບິ່ງແຍງຄິດເຫັນຄວາມທຸກສຸກຂອງຜູ້ຊົມໃຊ້ກໍ່ຍິນດີນຳ ແລະສະໜັບສະໜູນທັງໝົດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.