WHO ອອກມາເຕືອນ ເຖິງຈະສັກວັກຊີນແລ້ວ ກໍຄວນຈະປະຕິບັດສິ່ງທີ່ພວກເຮົາຄວນເຮັດ 5 ຂໍ້ ໃນວັນທີ 7 ພະຈິກ 2021 ທີ່ຜ່ານມາສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ຂໍ້ມູນສິ່ງທີ່ຕ້ອງປະຕິບັດ ເຖິງແມ່ນວ່າຈະໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ຄົບແລ້ວກໍຕາມ ພວກເຮົາຍັງຕ້ອງໄດ້ປະຕິບັດ 5 ຂໍ້ທີ່ຄວນເຮັດດັ່ງນີ້:
1.ຮັກສາໄລຍະຫ່າງ 2.ໃສ່ໜ້າກາກອະນາໄມ 3.ໄອ ຫຼື ຈາມ ໃສ່ຂໍ້ສອກ 4.ເປີດປ່ອງຢ້ຽມເຮືອນ ຫຼື ບ່ອນເຮັດວຽກເພື່ອລະບາຍອາກາດ 5.ລ້າງມືດ້ວຍສະບູ ຫຼື ເຈລແອລກໍຮໍ 75% ຂຶ້ນໄປຢູ່ເລື້ອຍໆ
WHO ຍັງໄດ້ລະບຸວ່າ ຂໍ້ປະຕິບັດດັ່ງກ່າວ ຈະສາມາດຫຼີກລ່ຽງການແຜ່ເຊື້ອຈາກໂຕເຮົາເອງໄປສູ່ຜູ້ອື່ນໄດ້ ເພາະວ່າບໍ່ແມ່ນທຸກຄົນທີ່ຈະໄດ້ຮັບການສັກວັກຊີນ ແລະ ບໍ່ມີວັກຊີນໃດທີ່ສາມາດປ້ອງກັນການຕິດເຊື້ອໄດ້ 100%. ສະນັ້ນ, ຈົ່ງປະຕິບັດເພື່ອປ້ອງກັນຜູ້ອື່ນ ແລະ ຢຸດການແຜ່ລະບາດຂອງພະຍາດໂຄວິດ-19