ລັດຖະບານສົ່ງເສີມການນຳເຂົ້າ-ຜະລິດລົດໄຟຟ້າ ຫວັງຫຼຸດຜ່ອນການນໍາເຂົ້ານໍ້າມັນ

    0
    646

    ໃນ​ໂອ​ກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້​ແທນ​ອົງ​ຄະ​ນະ​ພັກ​ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ຄັ້ງທີ III ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຈັນໂທ ມີລັດຕະນະໄຊ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານທົດແທນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສໍາພາດຕໍ່ສື່ມວນ​ຊົນ ວ່າ: ນະໂຍບາຍສົ່ງເສີມ-ນໍາໃຊ້ລົດໄຟຟ້າ ໃນລາວເປັນໜຶ່ງໃນແຜນຍຸດທະສາດ ການພັດທະນາຂະແໜງພະລັງງານໃນອະນາຄົດ, ເພື່ອຜັນຂະຫຍາຍຍຸດທະສາດສົ່ງເສີມນໍາໃຊ້ພະລັງງານສະອາດ ໃນຂະແໜງຄົມມະນາຄົມ ແລະ ຂົນສົ່ງຂອງລັດຖະບານ.

    ທ່ານກ່າວ​ອີກວ່າ: ລັດຖະບານໄດ້ອອກມະຕິສະບັບເລກທີ 08, ລົງວັນທີ 4 ຕຸລາ 2021 ຊຶ່ງໄດ້ກໍານົດນະໂຍບາຍຕໍ່ຜູ້ນໍາເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ ໂດຍສົ່ງເສີມຕາມກົນໄກຂອງກົດໝາຍ, ພາສີນໍາເຂົ້າ 0%, ອາກອນຊົມໃຊ້ 3% ແລະ ອາກອນມູນຄ່າເພີ່ມ 10%, ພ້ອມ​ທັງ​ບໍ່ຈໍາກັດໂກຕ້ານຳ​ເຂົ້າ.

    ປັດຈຸບັນ, ການພັດທະນາອຸປະກອນສາກ, ລະບົບສະຖານີສາກລົດໄຟຟ້າໄດ້ມີການນໍາໃຊ້ແຜ່ຫຼາຍຕາມປະລິມານການນໍາໃຊ້ລົດໄຟຟ້າ, ສາ​ມາດສາກຢູ່​ເຮືອນ ຫຼື ຕາມທີ່ຢູ່ອາໄສ, ສ່ວນສະຖານີສາກລົດໄຟຟ້າມີ 2 ຮູບແບບຄື: (1) ລະບົບສາກແບບທໍາມະດາ (2) ລະບົບສາກແບບໄວ. ໃນ​ຂະ​ນະ​ທີ່​ແບັດ​ເຕີ​ຣີ ສ່ວນຫຼາຍ​ຈະຮັບປະກັນເຖິງ 8 ປີ ພ້ອມທັງມີການຮັບປະກັນຫຼັງການຂາຍ.

    ເຫດຜົນ ແລະ ຄວາມຈໍາເປັນການປະຕິບັດນະໂຍບາຍສົ່ງເສີມຂອງລັດຕໍ່ພາຫະນະນໍາໃຊ້ໄຟຟ້າ ຄື: ຫັນມານໍາໃຊ້ພະລັງງານໄຟຟ້າແທນການນໍາເຂົ້ານໍ້າມັນເຊື້ອໄຟ, ມີຄ່າສິ້ນເປືອງ​ໜ້ອຍກວ່າການໃຊ້ນໍ້າມັນໂດຍສະເ​ລ່ຍແລ້ວ 6 ເທົ່າທຽບໃສ່ຄ່າໃຊ້ຈ່າຍຕໍ່ 1 ກມ, ເປັນມິດກັບສິ່ງແວດລ້ອມ, ບໍ່ມີມົນລະພິດ, ລາຄາລົດໄຟຟ້າສາມາດແຂ່ງຂັນໄດ້ກັບລົດນໍ້າມັນ ແລະ ມີ​ທ່າ​ອ່ຽງຫຼຸດລົງ; ແກ້ໄຂບັນຫາໄຟຟ້າເຫຼືອຈາກລະບົບໃນລະດູຝົນ, ເພີ່ມລາຍຮັບໃຫ້ແກ່ລັດຖະບານ, ຫຼຸດຜ່ອນການນໍາເຂົ້ານໍ້າມັນ ແລະ ​ການ​ໄຫຼອອກເງິນຕາຕ່າງປະເທດ, ປະຢັດຄ່າໃຊ້ຈ່າຍ.

    ແຫຼ່ງຂ່າວ: ປະຊາຊົນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.