ໄທເປີດປະເທດ ແລະພ້ອມຮັບແຮງງານຈາກລາວໄປກັບເຮັດວຽກຄືນ

    0
    276

    ໄທເປີດປະເທດ ແລະພ້ອມຮັບແຮງງານຈາກລາວໄປກັບເຮັດວຽກຄືນ

    ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ທົ່ວປະເທດ ເພື່ອຫາລືກ່ຽວກັບການຮັບມືກັບບັນຫາ ການເຄື່ອນຍ້າຍແຮງງານ ພາຍໃນ ແລະ ໄປຕ່າງປະເທດ ໃນໄລຍະໃໝ່.ຂະນະທີ່ບັນດາປະເທດໃນອາຊຽນ ຈະເປີດປະເທດຢ່າງເປັນທາງການໃນອີກບໍ່ດົນນີ້ ໂດຍສະເພາະ ຣາຊະອານາຈັກໄທ ໂດຍທີ່ລັດຖະບານໄທເຫັນດີອານຸຍາດໃຫ້ແຮງງານທັງ 3 ສັນຊາດ ເຊິ່ງລວມມີແຮງງານລາວ ສາມາດສືບຕໍ່ເຮັດວຽກຢູ່ປະເທດໄທແບບຖືກຕ້ອງຕາມກົດໝາຍ.

    ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ (ຮສສ) ສະຫຼຸບເນື້ອໃນດັ່ງນີ້:ປັດຈຸບັນ ມີຫລາຍປະເທດກຳລັງກຽມເປີດປະເທດ, ເປີດການທ່ອງທ່ຽວ, ເປີດການລົງທຶນ, ເປີດການໄປມາຫາສູ່ ຫລື ການຄ້າຂາຍລະຫວ່າງປະເທດ ແລະ ປະເທດໄທ ກໍໄດ້ມີນະໂຍບາຍ ທີ່ຈະເປີດປະເທດຮັບເອົາແຮງງານຕ່າງດ້າວເຂົ້າໄປເຮັດວຽກໄດ້, ຄາດຄະເນວ່າຈະເລີ່ມແຕ່ວັນທີ 1 ທັນວາ 2021 ເປັນຕົ້ນໄປ ແລະ ຈະດຳເນີນການຂຶ້ນທະບຽນແຮງງານຕ່າງດ້າວທີ່ກຳລັງເຮັດວຽກຢູ່ໄທ ໃຫ້ສາມາດເຮັດວຽກຕໍ່ໄດ້ຈົນຮອດປີ 2023

    ສິ່ງທີ່ສຳຄັນແມ່ນ ໄທຈະປາບປາມແຮງງານຕ່າງດ້າວທີ່ເຂົ້າໄປໃໝ່ຢ່າງເຂັ້ມງວດກວ່າເກົ່າ.ປະເທດໄທ ເປັນຈຸດໝາຍປາຍທາງຂອງແຮງງານລາວ ທີ່ອອກໄປເຮັດວຽກທີ່ຫລາຍທີ່ສຸດໃນຜ່ານມາ, ລວມທັງໄປຖືກຕ້ອງຕາມກົດໝາຍ ແລະ ບໍ່ຖືກຕ້ອງຕາມກົດໝາຍ ໂດຍບົດຮຽນທີ່ລັດຖະບານ ໄດ້ຮັບຈາກການໄປເຮັດວຽກຢູ່ໄທ ແບບບໍ່ຖືກຕ້ອງຕາມກົດໝາຍຂອງແຮງງານລາວໃນຜ່ານມາ ສະແດງໃຫ້ເຫັນວ່າ ລັດ ຖະບານ ຕ້ອງໄດ້ແບກຫາບພາລະອັນໜັກໜ່ວງໃນການເບິ່ງແຍງ ແລະ ໃຫ້ການຊ່ວຍ ເຫລືອໃນກໍລະນີເກີດເຫດການສຸກເສີນຕ່າງໆເຊັ່ນ: ພະຍາດໂຄວິດ-19.

    ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ເນັ້ນໃຫ້ພະແນກ ຮສສ ທ້ອງຖິ່ນ ຕັ້ງຈຸດການຂຶ້ນຖະບຽນຄວາມຕ້ອງການຂອງແຮງງານເປັນ 3 ເປົ້າໝາຍຄື:ຄວາມຕ້ອງການແຮງງານທີ່ຢາກເຮັດວຽກຢູ່ພາຍໃນປະເທດຕຳແໜ່ງງານໃດ,ເປົ້າໝາຍແຮງງານທີ່ຕ້ອງການໄປເຮັດວຽກຢູ່ຕ່າງປະເທດຄືນ,ເປົ້າໝາຍຍາກຝືກວິຊາຊີບ, ຝຶກວີຊາໃດ ຢ່າງຮີບຮ້ອນ ແລະ ເລັ່ງດວ່ນທີ່ສຸດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.