ເຊກອງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີເພີ່ມອີກ 10 ຄົນຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ມາຮອດວັນທີ 16 ພະຈິກ ນີ້ ທົ່ວແຂວງເຊກອງ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 325 ຄົນ, ຜ່ານມາປົວດີແລ້ວ 55 ຄົນ ແລະ ໃນຕອນແລງວັນທີ 16 ພະຈິກ 2021 ແພດ-ໝໍສາມາດປິ່ນປົວຫາຍດີຕື່ມອີກ 10 ຄົນ ແລະ ໄດ້ມີພິທີຈັດສົ່ງກັບບ້ານ-ເຮືອນ ຢູ່ສູນປິ່ນປົວໂຮງໝໍທະຫານແຂວງ ໂດຍມີ ທ່ານ ນາງ ດຣ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ, ທ່ານ ພັຕ ຈັນທາ ດວງໂພສີ ຮອງອໍານວຍການໂຮງໝໍທະຫານແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັຕ ຈັນທາ ດວງໂພສີ ໄດ້ໃຫ້ຮູ້ວ່າ: ຢູ່ສູນປິ່ນປົວໂຮງໝໍທະຫານແຂວງ ມີຄົນເຈັບທີ່ຕິດເຊື້ອໂຄວິດ-19 ຈໍານວນ 37 ຄົນ, ມາຮອດປັດຈຸບັນ ມີຄົນເຈັບຕິດເຊື້ອ 10 ຄົນ ທີ່ປິ່ນປົວຫາຍດີ, ເຊິ່ງພະນັກງານແພດ-ໝໍໄດ້ເອົາໃຈໃສ່ປິ່ນປົວຕາມຫລັກການແພດຈົນຄົບ 14 ວັນ ແລະ ຈໍານວນດັ່ງກ່າວ ໄດ້ກວດຫາເຊື້ອກ່ອນອອກໂຮງໝໍ ເຫັນວ່າຜົນກວດອອກມາເປັນລົບ, ດັ່ງນັ້ນຈຶ່ງຢັ້ງຢືນໄດ້ວ່າ ພວກກ່ຽວສາມາດອອກໂຮງໝໍໄດ້ ແຕ່ຕ້ອງໄດ້ສືບຕໍ່ກັກໂຕຢູ່ເຮືອນຕື່ມອີກ 7 ວັນ.
ໃນໂອກາດນີ້ ທ່ານ ດຣ ນາງ ລໍາພັນ ໄຊຄໍາມີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈ ມາຍັງພະນັກງານແພດ-ໝໍ ທີ່ສໍາເລັດການປິ່ນປົວຜູ້ຕິດເຊື້ອ ຫລື ຜູ້ປ່ວຍໂຄວິດ-19 ດ້ວຍຄວາມເອົາໃຈໃສ່, ເສຍສະຫລະ ແລະ ປິ່ນປົວຖືກຕ້ອງຕາມຫລັກວິຊາການ ເຮັດໃຫ້ພວກກ່ຽວຫາຍດີເປັນປົກກະຕິ ແລະ ກັບຄືນສູ່ບ້ານ-ເຮືອນ-ຄອບຄົວຂອງຕົນໄດ້. ພ້ອມນີ້ ທ່ານກໍໄດ້ຮຽກຮ້ອງມາຍັງຜູ້ທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ພາຍ ຫລັງທີ່ກັບເມືອເຮືອນແລ້ວ ກໍຕ້ອງຈໍາກັດບໍລິເວນຕົນເອງຕື່ມອີກ 7 ວັນ ເພື່ອຕິດຕາມອາການ, ພາຍຫລັງຄົບ 7 ວັນແລ້ວ ຫາກບໍ່ມີອາການຫຍັງ ກໍສາມາດໃຊ້ຊີວິດປົກກະຕິຢູ່ໃນສັງຄົມໄດ້ ແລະ ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ທາງການແພດຢ່າງເຂັ້ມງວດ ເພື່ອປ້ອງກັນຕົນເອງ ແລະ ປ້ອງກັນຄົນອ້ອມຂ້າງ ນໍາອີກ.
ຂ່າວ: ພຸດທະສອນ