ຫຼວງພະບາງ! ອະນຸຍາດ ຄົນຕ່າງແຂວງເດີນທາງເຂົ້າໄດ້ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ບໍ່ຕ້ອງຈໍາກັດບໍລິເວນ

    0
    325

    ຫຼວງພະບາງ! ອະນຸຍາດ ຄົນຕ່າງແຂວງເດີນທາງເຂົ້າໄດ້ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ບໍ່ຕ້ອງຈໍາກັດບໍລິເວນ ຫ້ອງວ່າການແຂວງຫຼວງພະບາງ ອອກແຈ້ງການສະບັບເລກທີ 960/ຫວຂ.ຫຼບ ລົງວັນທີ 16 ພະຈິກ 2021 ໂດຍໄດ້ລະບຸໃນນັ້ນບາງຂໍ້ວ່າ: ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຫຼວງພະບາງ ຫາ ແຂວງອື່ນໆ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ປາຍທາງ (ຕາມແຈ້ງການສະບັບເລກ ທີ 1494/ຫສນຍ, ລົງ

    ວັນທີ 14 ພະຈິກ 2021) ບໍ່ໃຫ້ມີການຈໍາກັດບໍລິເວນ ແລະ ບໍ່ຈຳກັດເວລາໃນການສັນຈອນຂອງລົດຂົນສົ່ງໂດຍສານ ແລະ ສິນຄ້າ ທຸກປະເພດໃນຂອບເຂດທົ່ວປະເທດ, ແຕ່ໃຫ້ມີການຢັ້ງຢືນການຮັບວັກຊີນຄົບໂດສ ທັງຜູ້ໃຫ້ບໍລິການ ແລະ ຜູ້ໂດຍສານ (ຍົກເວັ້ນ ຜູ້ຖືພາ ແລະ ຜູ້ທີ່ບໍ່ທັນເຖິງອາຍຸກະສຽນສັກວັກຊີນ), ນອກຈາກນັ້ນ, ຜູ້ປະກອບການຂົນສົ່ງ ແລະ ຜູ້ໂດຍສານຕ້ອງປະຕິບັດມາດຕະການ ການປ້ອງກັນການຕິດເຊື້ອ ແລະ ແຜ່ເຊຶ້ອ ຢູ່ຕາມສະຖານີ, ພາຫານະທີ່ນໍາໃຊ້ໃນການຂົນສົ່ງ ແລະ ໃນຊ່ວງໄລຍະການເດີນທາງຢ່າງເຂັ້ມງວດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.