ປາດໂທ ພໍ່ແມ້ກ້ວຍຕວານິ! ຍາວ 1ສອກ ເຮັດໃດຊິກິນໝົດ

    0
    399

    ປາດໂທ ພໍ່ແມ້ກ້ວຍຕວານິ! ຍາວ 1ສອກ ເຮັດໃດຊິກິນໝົດ ແອັດເຊື່ອວ່າຫຼາຍຄົນທີ່ເຂົ້າມາອ່ານເລື່ອງນີ້ ຕ້ອງເຄີຍກິນ ຫຼືມັກກິນກ້ວຍຢ່າງແນ່ນອນ ແຕ່ກໍ່ຈະເຄີຍກິນພຽງກ້ວຍນ້ອຍ ຫຼື ກ້ວຍຂະໜາດປົກກະຕິ ໃຫຍ່ບໍ່ເກີນ 3ນິ້ວມື ແຕ່ມື້ນີ້ແອັດມີໄຊ້ທີ່ໃຫຍ່ກວ່ານັ້ນມາໃຫ້ເບິ່ງ.

    ເຊິ່ງເຊື່ອວ່າຫຼາຍຄົນຈະເອີ້ນວ່າເປັນກ້ວຍຍັກເລີຍກໍ່ວ່າໄດ້ ແຕ່ກ້ວຍນີ້ບໍ່ໄດ້ຢູ່ລາວເດີ້ ຢູ່ຟີລິບປິນ ຢູ່ເມືອງຊິງກັນ ປັງກາສິນັນ ທາງຕອນເໜືອ.

    ໂດຍມີຍິງສາວລາຍໜຶ່ງໂຊກ້ວຍຍັກນີ້ຈາກສວນໜ້າບ້ານຂອງນາງເອງ ເຊິ່ງມີຂະໜາດໃຫຍ່ ແລະ ຍາວ ປະມານ 35 ຊັງຕີແມັດ ຫຼື ປະມານ 1ສອກ ນໍ້າໜັກຕໍ່ໜ່ວຍຄື 3-4ກິໂລ ກິນຄົນດຽວບໍ່ໝົດ ເຊິ່ງນາງໄດ້ກ້າຕົ້ນກ້ວຍນີ້ມາ ແລະ ນໍາມາປູກ ເຊິ່ງບໍ່ຮູ້ວ່າໜ່ວຍມັນຈະຂະໜາດໃຫຍ່ຂະໜາດນີ້ ໃຫຍ່ກວ່າແຂນລູກຂອງລາວອີກ.

    ໂດຍຜູ້ຊ່ຽວຊານ ກ່າວວ່າ ກ້ວຍດັ່ງກ່າວຄືຊື່ Tindok ອາດບໍ່ເຫັນໄດ້ຕະຫຼອດ ມັນມັກເກີດໃນປ່າເຂດຮ້ອນຊື້ນໃນຍ່ານອາເຊີ.


    ປາດໂທ ພໍ່ແມ້ກ້ວຍຕວານິ! ຍາວ 1ສອກ ເຮັດໃດຊິກິນໝົດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.