ສະຖິຕິໃໝ່…!! ເສຍຊີວິດຈາກ ໂ ຄ ວິ ດ – 19 ມື້ດຽວສູງເຖິງ +6 ຄົນ (ຍອດຜູ້ເສຍຊີວິດລວມແລ້ວ 110 ກໍລະນີ)

    0
    283

    ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ຄວບຄຸບພະຍາດ ໂ ຄ ວິ ດ – 1 9 ໃນວັນທີ 16 ພະຈິກ 2021 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ – 19 ເພີ່ມຂື້ນ  +1,306 ຄົນ (ກໍລະນີນຳເຂົ້າ 16 ຄົນ ແລະ ຕິດເຊື້ອພາຍໃນ 1,290 ຄົນ) ແລະ ເສຍຊີວິດໃໝ່ +6 ກໍລະນີ.

    ລາຍລະອຽດຜູ້ເສຍຊີວິດໃໝ່ 06 ຄົນ ມີດັ່ງນີ້:ຜູ້ທີ 1: ເພດຊາຍ, ອາຍຸ 58 ປີ, ບ້ານໂພນຊຽງ, ເມືອງນໍ້າບາກ, ແຂວງຫລວງພະບາງ ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນ ໂ ຄ ວິ ດ – 19 ວັນທີ 08 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ, ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງມາກວດຫາເຊື້ອ ໂ ຄ ວິ ດ – 19 ແລະ ຜົນກວດແມ່ນພົບເຊື້ອ ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 08-11 ພະຈິກ 2021, ເປັນເວລາ 07 ມື້ ວັນທີ 14 ພະຈິກ 2021 ຜູ້ກ່ຽວມີອາການອິດເມື່ອຍຫລາຍ, ນອນບໍ່ຮູ້ສະຕີ ຈົນມາຮອດເວລາ 18:30 ໂມງ
    ຜູ້ກ່ຽວໄດ້ເສຍຊີວິດ.

    ຜູ້ທີ 2: ເພດຊາຍ, ອາຍຸ 46 ປີ, ອາຊີບ: ກໍາມະກອນ, ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ນະຄອນຫລວງ ຜູ້ກ່ຽວ ໄດ້ກັກໂຕ ໃນວັນທີ 22 ສິງຫາ 2021
    ເວລາ 19:40 ໂມງ ຂອງວັນທີ 14 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

    ຜູ້ທີ 3: ເພດຊາຍ, ອາຍຸ 74 ປີ, ອາຊີບ: ປະຊາຊົນ, ບ້ານໂພນສະຫວັນເໜຶອ, ເມືອງສີສັດຕະນາກ, ນະຄອນຫລວງ ພະຍາດປະຈໍາຕົວ: ບາດແຜກະເພາະ ແລະ ປະດົງ ຜ່ານມາໄດ້ຮັບການສັກວັກຊີນກັນ ໂ ຄ ວິ ດ – 19 ຄົບ ວັນທີ 05 ພະຈິກ 2021: ຜູ້ກ່ຽວໄປກວດຢູ່ໂຮງໝໍມະໂຫສົດ ຍ້ອນຖ່າຍດໍາ ພ້ອມທັງເກັບຕົວຢ່າງມາກວດຊອກ ຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ ມາຮອດເວລາ 16:30 ໂມງ ຂອງວັນທີ 06 ພະຈິກ 2021: ມາໂຮງໝໍເສດຖາທິລາດ ດ້ວຍອາການຖ່າຍດໍາ ແລະຫາຍໃຈຝຶດ ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 06-15 ພະຈິກ 2021, ເປັນເວລາ 09 ມື້ ມາຮອດເວລາ 15:20ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

    ຜູ້ທີ 4: ເພດຍິງ, ອາຍຸ 29 ປີ, ອາຊີບ ແມ່ເຮືອນ, ບ້ານໂພນສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ.ຜູ້ກ່ຽວຖືພາ 36 ອາທິດ ວັນທີ 13 ພະຈິກ 2021 ຜູ້ກ່ຽວອິດເມື່ອຍ, ແໜ້ນໜ້າເອິກ, ຫາຍໃຈຍາກ ໂຮງໝໍມິດຕະພາບໄດ້ກວດຊອກຫາ ເຊື້ອ ໂ ຄ ວິ ດ – 19 ແລະ ຜົນກວດພົບເຊື້ອວັນທີ 14 ພະຈິກ 2021 ໄດ້ຜ່າຕັດເກີດລູກ ເປັນເດັກ ເພດຍິງ ແຂງແຮງດີ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 13-15 ພະຈິກ 2021.ຮອດເວລາ 07:10ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.

    ຜູ້ທີ 5: ເພດຍິງ, ອາຍຸ 63 ປີ, ອາຊີບ: ແມ່ເຮືອນ, ບ້ານນາຊາຍທອງ, ເມືອງນາຊາຍທອງ, ນະຄອນຫລວງ. ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງຜ່ານມາບໍ່ໄດ້ສັກຮັບການສັກວັກຊີນກັນ ໂ ຄ ວິ ດ – 19 ວັນທີ 13 ພະຈິກ 2021 ມີອາການອິດເມື່ອຍ, ອ່ອນແຮງແຂນຂາເບື້ອງຂວາ, ໄອ, ກະວົນກະວາຍ ຈຶ່ງໄດ້ກວດຊອກຫາເຊື້ອ ໂ ຄ ວິ ດ – 19 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ຂົ້ານອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ໄລຍະນອນປິ່ນປົວປົວຢູ່ໂຮງໝໍ ນັບແຕ່ວັນທີ 13-15 ພະຈິກ 2021.ມາຮອດເວລາ 07:45 ໂມງຂອງວັນທີ 15 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

    ຜູ້ທີ 6: ເພດຍິງ, ອາຍຸ 56 ປີ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງວງງຈັນ ເຂົ້າໂຮງໝໍໃນວັນທີ 7 ພະຈິກ 2021: ໄດ້ປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກຳນົດໄວ້ ວັນທີ 13 ພະຈິກ 2021 ຮຸ້ສຶກເມື່ອຍ, ແໜ້ນໜ້າເອີກກະທັນຫັນ, ເຫື່ອຊືມ ແລະ ຫມົດສະຕິ ມາຮອດເວລາ 20:00 ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.

    ເຮັດໃຫ້ມາຮອດວັນທີ 16 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດ ໂ ຄ ວິ ດ – 19 ຢູ່ ສປປ ລາວ 56,324 ຄົນ, ເສຍຊີວິດສະສົມ 110 ຄົນ (ໃໝ່ 06), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 468 ຄົນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.