ເຈ້ຍ ປາຊີຟິກໂພສເລື່ອງຄວາມຮັກໃນວັນຄົບຮອບ 20 ປີຂອງເຂົາວ່າ ວ່າ
ຄົບຮອບ 20ປີ ຕັ້ງແຕ່ມື້ຕົກລົງເປັນແຟນກັນມື້ທໍາອິດ ຈົນຮອດເປັນຜົວເມຍກັນ ເຮົາຫົວ ຍິ້ມ ໃຫ້ ສຸກ ທຸກ ຮ່ວມກັນມາ ຜ່ານຄວາມເສຍໃຈ ການມີຄວາມສຸກ ປະສົບຜົນສໍາເລັດ ຮ່ວມກັນ ຈາກແຕ່ກ່ອນເຮົາ ເລີ່ມຄົບກັນ ຜິດກັນອາທິດຫນື່ງ 4-5ມື້.
ອາທິດຫນື່ງເທື່ອຫນື່ງ ເດືອນຫນື່ງເທື່ອຫນື່ງ ຈົນມາຮອດມື້ນີ້ ປີປາຍມາແລ້ວ ທີ່ເຮົາບໍ່ໄດ້ຜິດກັນ ເຮົາສອງຄົນ ຮຽນຮູ້ ແລະ ປັບໂຕ ເຄົາລົບການຕັດສິນໃຈຂອງກັນແລະກັນ ໃຫ້ພື້ນທີ່ສ່ວນໂຕ
ເຈ້ຍ ເປັນຜູ້ຊາຍທີ່ ໂຊກດີຫລາຍ ທີ່ໄດ້ ຮັກ ກັບ ໄຊ ແລະ ໄດ້ໃຊ້ຊີວິດຮ່ວມກັນ
ປັດຈຸບັນທັງຄູາກາຍເປັນພໍ່ແມ່ລູກ 2 ຄົນແລ້ວ ແລະ ກໍາລັງກຽມເປີດແຫຼ່ງທ່ອງທ່ຽວ ລີສອດແບບຄອບຄົວຄື ປາຊີຟິກ ລີສອດ ທີ່ບ້ານຫ້ວຍຫ້ອ ເປັນບ່ອນພັກຜ່ອນ ບ່ອນຖ່າຍຮູບ ວິວວງາມ ອາກາດດີ ກຽມສໍາຜັດໄດ້ເລີຍ
ຈາກ: ເຈ້ຍ ປາຊີຟິກ