ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ຄວບຄຸບພະຍາດ ໂ ຄ ວິ ດ – 1 9 ໃນວັນທີ 14 ພະຈິກ 2021 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ – 19 ເພີ່ມຂື້ນ +985 ຄົນ (ກໍລະນີນຳເຂົ້າ 4 ຄົນ ແລະ ຕິດເຊື້ອພາຍໃນ 981 ຄົນ) ແລະ ເສຍຊີວິດໃໝ່ +2 ກໍລະນີ.
ສຳລັບ ຄົນເຈັບເສຍຊີວີດ 3 ຄົນ, ລາຍລະອຽດ ດັ່ງນີ້:ຜູ້ທີ 1. ເພດຍິງ, ອາຍຸ 74 ປີ, ອາຊີບ: ແມ່ເຮືອນ, ບ້ານຢູ່ປະຈຸບັນບ້ານວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ ພະຍາດປະຈໍາຕົວ: HTA ກິນຢາປະຈຳ ປິ່ນປົວບັນຫາທາງຈິດໄດ້ຫລາຍປີ ຂາດຢາໄດ້10ປາຍມື້ ຄົນເຈັບໄດ້ຮັບການສັກຢາວັກຊີນ Johnson & Johnson
ຕິດເຊື້ອຈາກສະມາຊິກຄົນໃນຄອບຄົວ ຜົນກວດຢືນຢັນ 07 ພະຈິກ 2021 ເວລາ 10:20 ໂມງ ຂອງວັນທີ່ 08 ພະຈິກ 2021: ຜູ້ກ່ຽວ ເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການສະຕິບໍ່ດີ, ປ່ວງໃບ່, ສື່ສານບໍ່ຮູ້ເລື່ອງ, ບໍ່ຫລັບບໍ່ນອນ ເປັນມາໄດ້ 4 ວັນ, ໄຂ້ ໄດ້ 2 ວັນ ກ່ອນເຂົ້າມາສູນປິ່ນປົວ, GCS: 3-4-4 ວັນທີ 08-13 ພະຈິກ 2021: ໄລຍະການປິ່ນປົວ ຊື່ງການຕອບສະໜອງຂອງຄົນເຈັບ ຕໍ່ການປິ່ນປົວບໍ່ດີ, ຄົນເຈັບມີອາການຊຸດໂຊມລົງເລື້ອຍຯ, ກິນດື່ມບໍ່ໄດ້ ປ້ອນອາຫານຜ່ານທໍ່ ແລະ ບໍ່ຮູ້ສະຕິ
ມາຮອດເວລາ 22:00 ໂມງ ຂອງວັນທີ 13 ພະຈິກ 2021: ຄົນເຈັບມີພາວະ shock, ຄວາມດັນ ເລືອດຕໍ່າ, ຫາຍໃຈຕຶ້ນ, ແພດໄດ້ສຸມໃສ່ເຊີດຊູເຕັມທີ່, ແຕ່ຄົນເຈັບບໍ່ມີການຕອບສະໜອງ ມາຮອດເວລາ 22:40 ໂມງຂອງວັນທີ 13 ພະຈິກ 2021: ຄົນເຈັບເສຍຊີວິດ
ຜູ້ທີ 2. ເພດຍີງ, ອາຍຸ 77 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານວຽງຄຳ , ເມືອງປາກກະດິງ, ແຂວງບໍລິຄຳໄຊ ພະຍາດປະຈໍາຕົວ: ເບົາຫວານ+ໄຂ້ຫຼັງຊຸດໂຊມ ເປັນມາໄດ້ 2 ປີ ມີປະຫວັດຂາດເລືອດ ແລະ ເຄີຍໃສເລືອດຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ ຄອບຄົວມີສະມາຊິກ 6 ຄົນ ວັນທີ່ 13 ພະຈິກ 2021: ເຂົ້າໂຮງໝໍ ຊູມຊົນປາກກະດິງ ດ້ວຍອາການອິດເມືອອ່ອນເພຍ ກີນບໍ່ໄດ້ ເວລາ 13:47 ໂມງ ທີມແພດເອົາອາການຊິວິດ ແລ້ວນຳສົ່ງໂຮງໝໍແຂວງ ເວລາ 14:30 ໂມງ ມາຮອດໂຮງໝໍແຂວງ TA 112/68 , RR 30, P 113 Spo 280% ທີມແພດ ເຫັນວ່າມາແຕ່ເຂດສ່ຽງ ເລີຍ ກວດ RDT ຜົນອອກມາ ພົບເຊື້ອ ໂ ຄ ວິ ດ – 19 ເວລາ 15:00 ໂມງ: ໄດ້ຍ້າຍໄປສູນປີ່ນປົວໂຄວິດຫຼັກ 6 ເວລາ 17:30 ໂມງ: ຜູ້ກ່ຽວໄດ້ເສຍຊິວິດ ຜູ້ທີ 3. ເພດຍິງ, ອາຍຸ 50 ປີ, ອາຊີບ: ປະຊາຊົນ, ບ້ານສີໄຄ, ເມືອງສີໂຄດຕະບອງ, ນະຄອນຫລວງ ພະຍາດປະຈໍາຕົວ: ຄົນເຈັບມີບັນຫາສຸຂະພາບຈິດ ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ ເວາລາ 21:00 ໂມງ ຂອງວັນທີ 13 ພະຈິກ 2021 ເຂົ້າມາໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິ (ຢຸດຫາຍໃຈ) ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດ ໂ ຄ ວິ ດ – 19 ແມ່ນພົບເຊື້ອ ແລະ ມື່ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ.
ເຮັດໃຫ້ມາຮອດວັນທີ 14 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດ ໂ ຄ ວິ ດ – 19 ຢູ່ ສປປ ລາວ 54,192 ຄົນ, ເສຍຊີວິດສະສົມ 99 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 730 ຄົນ.