ສົ່ງມອບຕົວຜູ້ຮ້າຍຂ້າມແດນມາລີ້ຢູ່ລາວໃຫ້ ສປ ຈີນ

    0
    271

    ສົ່ງມອບຕົວຜູ້ຮ້າຍຂ້າມແດນມາລີ້ຢູ່ລາວໃຫ້ ສປ ຈີນ

    ໃນວັນທີ 12 ພະຈິກ 2021 ທາງພະແນກຕຳຫຼວດສືບສວນ-ສອບສວນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມີການມອບຮັບຕົວຜູ້ຮ້າຍຂ້າມແດນ ຊື່ ທ້າວ ເມີງຊີງຫົວ ອາຍຸ 20 ປີ ເຊິ່ງໄດ້ເຂົ້າຮ່ວມຂະບວນການ 11 ຄົນເຄື່ອນໄຫວ ຂົ ມ ຂູ່ ທຳຮ້າຍຮ່າງກາຍຜູ້ອື່ນດ້ວຍຮູບການໃຊ້ຄວາມ ຮຸ ນ ແ ຮ ງ ອ າ ລ ະ ວາດຜູ້ອື່ນ ຊໍ້ າ ແລ້ວ ຊໍ້ າ ອີກຢູ່ເຂດເມືອງຊີນຫົວ ແຂວງຫົວໜານ ສປ ຈີນແຕ່ປີ 2016

    ຕົກມາຮອດວັນທີ 21ເມສາ 2019 ຜູ້ກ່ຽວໄດ້ໃຊ້ໜັງສືຜ່ານແດນ EF8830414 ໂດຍຜ່ານດ່ານສາກົນບໍ່ຫານ-ບໍ່ເຕ່ນແຂວງຫຼວງນ້ຳທາ ມາລີ້ຊ່ອນຢູ່ເຂດເສດຖະກິດພິເສດສາມລ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. ອີງຕາມ ໃບກິດສຳພັນຂອງຕຳຫຼວດສືບຂ່າວອາຍາກະຊວງປ້ອງກັນຄວາມສະຫງົບສະບັບ ເລກທີ 318/ກສຂ ລົງວັນທີ 28/10/2021ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງບໍ່ແກ້ວຈຶ່ງໄດ້ກັກຕົວຜູ້ກ່ຽວຢູ່ທີ່ເຂດເສດຖະກິດພິເສດສາມລຽມຄຳ.

    ຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ປກສ ແຂວງບໍ່ແກ້ວ ຈຶ່ງໄດ້ມອບໃຫ້ຫ້ອງຕຳຫຼວດ ປກສ ແຂວງມອບຜູ້ຕ້ອງຫາຄົນດັ່ງກ່າວຄືນໃຫ້ກັບ ສປ ຈີນ ທີ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຕາງໜ້າມອບໂດຍ ພັທ ສົມລີ ວິໄລສານ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງບໍ່ແກ້ວ ສປປ ລາວ ພ້ອມດ້ວຍຄະນະ ຕາງໜ້າຮັບໂດຍ ພັຕ ຈາງລີງ ຈູນ ຕຳຫຼວດ ປກສ ເມືອງ ຫຼາ ກີງ ແຂວງ ສີບສອງພັນນາ ສປ ຈີນ ພ້ອມດ້ວຍຄະນະ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.