ແມ່ເຖົ້າອາຍຸ 105 ປີສ້າງສະຖິຕິໂລກ ແລ່ນ 100 ແມັດ ເຂົ້າເສັ້ນໄຊໄວທີ່ສຸດ

    0
    269

    ຈູເລຍ ຮໍກິນສ໌ ຍິງອາຍຸ 105 ປີສ້າງສະຖິຕິໂລກແລ່ນ 100 ແມັດຍິງ ສະເພາະຄົນອາຍຸຄົບ 105 ປີຂຶ້ນໄປ ເຂົ້າເສັ້ນໄຊດ້ວຍເວລາໄວທີ່ສຸດ 1 ນາທີ 02,95 ວິນາທີ ໃນການແຂ່ງຂັນແລ່ນອາວຸໂສລາຍ ຫຼຸຍເຊຍນາ ຊີເນຍ ເກມສ໌ 2021 ທີ່ລັດຫລຸຍເຊຍນາ ສະຫະລັດອາເມຣິກາ ເມື່ອບໍ່ດົນມານີ້

    ຢ່າງໃດກໍຕາມ, ຮໍກິນສ໌ ບໍ່ພໍໃຈກັນຜົນງານ ເນື່ອງຈາກລາວຕັ້ງໄວ້ຈະເຮັດເວລາໃຫ້ໄດ້ຕໍ່າກວ່າ 1 ນາທີ ໂດຍກ່າວວ່າ: “ ມັນພິເສດຫຼາຍທີ່ໄດ້ພົບຄອບຄົວ ແລະ ເພື່ອນໆ ແຕ່ຂ້ອຍຕ້ອງການເຮັດເວລາໃຫ້ໄດ້ພາຍໃນ 1 ນາທີ ”.

    ສໍາລັບ ຮໍກິນສ໌ ເລີ່ມແຂ່ງຂັນແລ່ນໄລຍະສັ້ນ ຕັ້ງແຕ່ອຍຸ 100 ປີສ້າງສະຖິໂລກປະເພດ 100 ແມັດ ແລະ 50 ແມັດ ຮຸ່ນອາຍຸ 100-104 ປີ ເມື່ອປີ 2017 ກ່ອນຖືກ ໄດແອນ ຟຣີແມນ ນັກແລ່ນອາຍຸ 100 ປີ ທໍາລາຍສະຖິຕິ 100 ແມັດ ເມື່ອເດືອນກັນຍາທີ່ຜ່ານມາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.