ຄົນເກີດວັນອາທິດ:ການງານເຮັດທຸລະກິດເປັນນາຍໜ້າຄ້າທີ່ດິນຈະເຮັດໃຫ້ທ່ານປະສົບຄວາມສຳເລັດ ການເງິນຈະພົບເລື່ອງເຄັ່ງຕຶງທາງການເງິນເຂົ້າມາເຮັດໃຫ້ທ່ານຄິດຫຼາຍ
ຄວາມຮັກສຸກສົມຫວັງໃນຊີວິດຮັກ ແຕ່ຕ້ອງລະວັງການຄິດຫາຄົນອື່ນທີ່ບໍ່ແມ່ນຕົວເອງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ7
ຄົນເກີດວັນຈັນ:ການງານສາມາດແກ້ໄຂບັນຫາສະເພາະໜ້າໄດ້ດີໃນເລື່ອງຂອງການງານ ການເງິນເສຍເງິນທີ່ຈະຕ້ອງເບິ່ງແຍງສຸຂະພາບຂອງບໍລິວານ ຄວາມຮັກພົບຮັກກັບຄົນທີ່ມີສະເໜ່ ມີຊື່ສຽງດີເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານ ເຮັດອາຊີບເປັນນັກຂຽນຈະປະສົບຄວາມສຳເລັດ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາແບບບໍ່ຄາດຝັນ ຄວາມຮັກຢູ່ໃນເກນທີ່ມີຄວາມສຸກສົມຫວັງ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີນໍ້າຕາກ ເລກນຳໂຊກ5
ຄົນເກີດວັນພຸດ:ການງານເຮັດທຸລະກິດປະສົບຄວາມສຳເລັດໄດ້ຜົນກຳໄລທີ່ດີ ການເງິນຈະໄດ້ເງິນເຂົ້າມາໃຫ້ໃຊ້ຈ່າຍ ແຕ່ຕ້ອງລະວັງເລື່ອງຂອງການໃຊ້ເງິນ ຄວາມຮັກຄວາມສຳພັນຍັງບໍ່ລົງຕົວ ເພາະຢູ່ໃນໄລຍະປັບຕົວເຂົ້າຫາກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານ ລະວັງການລົງນາມເອກະສານທາງທຸລະກິດເປັນໂມຄະ ການເງິນສາມາດໝຸນຫາເງິນໄດ້ເຂົ້າມາເພີ່ມ ອາດເປັນການໃຊ້ຈ່າຍໜີ້ສິນ ຄວາມຮັກມີໂອກາດພົບຮັກກັບຄົນຜິວຂາວ ແຕ່ຕ້ອງລະວັງເລື່ອງຂອງການເຈລະຈາກັນ ເຄື່ອງມຸງຄຸນຫິນນໍາໂຊກສີຂຽວ ສີມຸງຄຸນສີດໍາເລກນຳໂຊກ3
ຄົນເກີດວັນສຸກ:ການງານມີບໍລິວານທີ່ດີລໍຖ້າຊ່ວຍເຫລືອຮ່ວມກັນສ້າງທຸລະກິດ ການເງິນໄລຍະນີ້ຈະໃຊ້ເງິນໃນການຊື້ຊັບສິນສິ່ງໃໝ່ເຂົ້າມາ ຄວາມຮັກຍັງຕ້ອງໃຊ້ເວລາເບິ່ງໃຈກັນຕໍ່ໄປເປັນໄລຍະທີ່ມີບັນຫາກັນເຂົ້າມາໃຫ້ຄົ້ນຫາໃຈກັນຫຼາຍຂື້ນ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ6
ຄົນເກີດວັນເສົາ:ການງານເຮັດທຸລະກິດປະສົບຄວາມສຳເລັດ ຖ້າທ່ານມີທີ່ປຶກສາມີເພື່ອນຮ່ວມງານທີ່ດີ ການເງິນມີການປ່ຽນແປງດ້ານຖານະເກີດຄວາມລໍ່າລວຍ ຄວາມຮັກສຸກສົມຫວັງໃນຊີວິດຮັກ ແຕ່ທ່ານກັບຄົນຮັກມີເວລາໃຫ້ກັນໜ້ອຍລົງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂຽວ ເລກນຳໂຊກ8