+ ເທັກນິກການປູກຜັກຫວານແບບທຳມະຊາດ
– ຫາພືດພີ່ລ້ຽງໃຫ້ກັບຕົ້ນຜັກຫວານກ່ອນປູກເຊັ່ນ ພືດຕະກຸນຖົ່ວ ໂດຍສະເພາະຕົ້ນດອກແຄຈະເປັນພືດພີ່ລ້ຽງໃຫ້ກັບຕົ້ນຜັກຫວານໄດ້ເປັນຢ່າງດີ
– ກ່ອນປູກເມື່ອໄດ້ກິ່ງພັນມາແລ້ວໃຫ້ຕັດກິ່ງໃຫ້ສັ້ນເຫຼືອປະມານ 45-50 ຊມ
– ຂຸດຂຸມໃກ້ກັບພືດພີ່ລ້ຽງເຊັ່ນ: ຕົ້ນດອກແຄ, ຕົ້ນຜັກຂະ, ຕົ້ນຕາກົບ ປະມານ 1 ສອກ ຫຼື 30 ຊມ ຂຸດຂຸມໃຫ້ມີຂະໜາດຄວາມກວ້າງປະມານ 1 ຟຸດ
1. ພວນດິນທີ່ກົ້ນຂຸມໃຫ້ຜຸຜຸ່ຍ
2. ປະສົມປຸ໋ຍຄອກກັບດິນໃຫ້ເຂົ້າກັນແລ້ວນຳກິ່ງພັນຜັກຫວານມາຕັດຖົງປັກຊຳແບບເບົາມືຫຼືພຽງໃຊ້ຄັດເຕີປາດຖົງໃຫ້ຂາດກໍ່ພໍພຽງປ້ອງກັນບໍ່ໃຫ້ຮາກຂາດ ວາງກິ່ງຜັກຫວານຊື່ກາງກົ້ນຂຸມແລ້ວໃຊ້ດິນປົກພໍຫຼວມໆໃຫ້ພໍດີກັບປາກຂຸມ
3. ນຳໄມ້ໄຜ່ຫຼືໄມ້ທີ່ແຂງແຮງມາມັດກິ່ງບໍ່ໃຫ້ໂຍກຮາກຂອງຜັກຫວານຈະໄດ້ບໍ່ຂາດ
ເຊືອກຟາງມັດກິ່ງຜັກຫວານບໍ່ໃຫ້ໂຍກ ເສດກິ່ງໝາກພ້າວເພື່ອເປັນຮົ່ມເຫງົາບໍ່ໃຫ້ຕົ້ນຜັກຫວານຖືກກັບແສງແດດທີ່ຮ້ອນຈັດ
4. ຫົດນໍ້າພໍໃຫ້ຊຸ່ມພໍບໍ່ໃຫ້ຂາດນໍ້າແຕ່ຢ່າໃຫ້ນໍ້າຂັງ ຫຍ້າແຫ້ງເສດໃບໄມ້ແຫ້ງປົກປາກຂຸມໄດ້ກໍ່ຈະເປັນການດີເພື່ອເປັນການສ້າງປຸ໋ຍໄປໃນຕົວ
ແລ້ວກໍ່ຖ້າຜົນຜະລິດຈາກຜັກຫວານໄດ້ເລີຍ ຜັກຫວານບໍ່ມັກແດດຮ້ອນຈັດຫາກສວນໃຜມີຕົ້ນດອກແຄຢູ່ກ່ອນ
ແລ້ວຫຼືວ່າຈະປູກໄວ້ກ່ອນທີ່ຈະລົງກິ່ງຜັກຫວານຍິ່ງເປັນການດີຕໍ່ການປູກຜັກຫວານ ເພາະໃນຮາກຂອງຕົ້ນດອກແຄມີການຜະລິດປຸ໋ຍໂຟມໂດຍທຳມະຊາດຂອງຕົ້ນເອງ ນອກຈາກຕົ້ນດອກແຄຈະເປັນຮົ່ມເຫງົາໃຫ້ກັບຕົ້ນຜັກ
ຫວານແລ້ວ ຍັງສາມາດສ້າງປຸ໋ຍ ແລະ ລ້ຽງຕົ້ນຜັກຫວານໃຫ້ຈະເລີນເຕີບໂຕໄດ້ເປັນຢ່າງດີໂດຍທຳມະໍາດ ຊຶ່ງຈະປະຫຍັດໃນການໃຫ້ປຸ໋ນ ແລະ ຫົດນໍ້າ