ປາໂທ້ ບໍ່ຢາກຮູ້ດຽວນີ້ມີບໍລິສັດຮັບອອກເລກ 800 ລ້ານແລ້ວພີ່ນ້ອງເອີຍ

    0
    290

    ທຸກຄົນກໍ່ຮູ້ແລ້ວວ່າດຽວນີ້ທຸກວັນຈັນ, ພຸດ, ສຸກແມ່ນມື້ແຫ່ງຄວາມຫວັງຂອງຄົນທີ່ມັກສ່ຽງດວງ ແລະທີ່ຜ່ານມາກໍ່ມີຜູ້ໂຊກດີຢູ່ຈິ່ງບໍ່ແປກທີ່ຫຼາຍໆຄົນຈະສ່ຽງແລ້ວສ່ຽງອີກ ເພື່ອໃຫ້ມີມື້ໜຶ່ງເປັນມື້ຂອງຕົນ.ຈາກຄວາມຄາດຫວັງຢາກລວຍທາງລັດດ້ວຍການຊື້ເລກ ຈິ່ງເປັນຊ່ອງວ່າງໃຫ້ກຸ່ມຄົນບໍດີສວຍໂອກາດ ຕົວະຕົ້ມເງິນຈາກປະຊາຊົນຜ່ານໂຊຊຽວມີເດຍ.

    ໂດຍແອບອ້າງວ່າ ຖ້າຢາກຖືກເລກ 6 ໂຕ 800 ລ້ານບໍມີຫຍັງຍາກພຽງແຕ່ໃຫ້ໂອນເງິນໃຫ້ເພິ່ນ 3 ລ້ານກີບ ເລກ 6 ໂຕຈະຖືກສົ່ງມາທັນທີ.ເລື່ອງແບບນີ້ສຳລັບຜູ້ໄຕ່ຕອງດີກໍ່ບໍຕົກເປັນເຫຍື່ອງ່າຍໆ ແຕ່ບາງຄົນທີ່ຮູ້ເທົ້າບໍ່ເຖິງການອາດຕົກເປັນເຫຍື່ອຂອງມິສາຊີບໄດ້.

    ແນວໃດກໍ່ຕາມໃຫ້ທຸກຄົນຄິດໄຕ່ຕອງໃຫ້ດີ ບໍມີຄົນສະຫຼາດຄົນໃດທີ່ຍອມເອົາເງິນ 800 ລ້ານມາແລກເອົາ 3 ລ້ານກີບ ຖ້າເຂົາຮູ້ວ່າຕ້ອງອອກເລກນັ້ນ ບໍມີທາງເອົາມາໃຫ້ຄົນແປກໜ້າທີ່ບໍຮູ້ຈັກ ສະນັ້ນ ຢ່າຫຼົງເຊື່ອງ່າຍໆວີທີການຫາເງິນງ່າຍໆແບບນັ້ນເດັດຂາດ.ຖ້າເປັນຜູ້ຢ່າງຮູ້ບໍມີທາງໃຫ້ໂອກາດຄົນອື່ນດອກເດີ້ ຢ່າຫຼົງເຊື່ອ


    ປາໂທ້ ບໍ່ຢາກຮູ້ດຽວນີ້ມີບໍລິສັດຮັບອອກເລກ 800 ລ້ານແລ້ວພີ່ນ້ອງເອີຍ


    ປາໂທ້ ບໍ່ຢາກຮູ້ດຽວນີ້ມີບໍລິສັດຮັບອອກເລກ 800 ລ້ານແລ້ວພີ່ນ້ອງເອີຍ


    ປາໂທ້ ບໍ່ຢາກຮູ້ດຽວນີ້ມີບໍລິສັດຮັບອອກເລກ 800 ລ້ານແລ້ວພີ່ນ້ອງເອີຍ


    ປາໂທ້ ບໍ່ຢາກຮູ້ດຽວນີ້ມີບໍລິສັດຮັບອອກເລກ 800 ລ້ານແລ້ວພີ່ນ້ອງເອີຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.