ໂດຍຕາມຄວາມເຊື່ອ ແລະ ວິຖີຊີວິດຂອງປະຊາຊົນລາວເຮົາ ທີ່ຍຶດຖືພຣະພຸດທະສາສະໜາມາແຕ່ດຶກດຳບັນ ແລະ ມີຈິດໃຈເຫຼື້ອມໃສມາໂດຍຕະຫຼອດ ຈຶ່ງບໍ່ແມ່ນເລື່ອງແປກ ທີ່ເມື່ອມີການພົບເຫັນສິ່ງທີ່ເຄົາລົບນັບຖື ໂດຍສະເພາະພຣະພຸດທະຮູບ ທີ່ເປັນສັນຍາລັກ ແຫ່ງພຣະພຸດທະເຈົ້າຈິ່ງເປັນທີ່ຊ່າລືຂອງປະຊາຊົນ.
ເມື່ອວັນທີ 29 ຕຸລາ 2021 ມີການພົບເຫັນພຣະພຸທທະຮູບເກົ່າແກ່ ຢູ່ກາງແມ່ນ້ຳຂອງ ບ້ານດອນສະໂນດ ມີຊາວບ້ານໄດ້ໄປຫາປາ ຢູ່ຫາງດອນສະໂນດ ( ຫລືຫົວດອນທຽນ ) ເມືອງໄຊພູທອງ ແຂວງສະຫວັນນະເຂດ
ຈາກນັ້ນ, ຜູ້ທີ່ພົບເຫັນກໍ່ໄດ້ມາແຈ້ງອຳນາດການປົກຄອງບ້ານ ແລະ ນາຍບ້ານພ້ອມດ້ວຍເຖົ້າແກ່ແນວໂຮມບ້ານ ກໍ່ໄດ້ພາກັນໄປອັນເຊີນຂື້ນມາໄວ້ຢູ່ວັດບ້ານດອນສະໂນດ ເມື່ອວັນທີ 30 ຕຸລາ 2021 ທີ່ຜ່ານມາ ໂດຍມີປະຊາຊົນຈຳນວນຫຼາຍມາຮ່ວມອັນເຊີນອົງພຣະໃນຄັ້ງນີ້.
ມາຮອດວັນທີ 08 ພະຈິກ 2021 ຄະນະອຳນາດການປົກຄອງຂອງສອງບ້ານຄື : ບ້ານດອນສະໂນດ ແລະ ບ້ານເຮືອນຫີນ ກໍ່ໄດ້ຕົກລົງເຫັນດີທີ່ຈະອັນເຊີນພຣະພຸທທະຮູບອົງນີ້ມາປະທັບໄວ້ຢູ່ວັດ ຜາສາດເຮືອນຫີນ ບ້ານເຮືອນຫີນ ເມືອງໄຊພູທອ ແຂວງ ສະຫວັນນະເຂດໃຫ້ປະຊາຊົນໄດ້ກາບໄຫວ້ຕໍ່ໄປ.