ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ຄວບຄຸບພະຍາດ ໂ ຄ ວິ ດ – 1 9 ໃນວັນທີ 10 ພະຈິກ 2021 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ – 19 ເພີ່ມຂື້ນ +1,140 ຄົນ (ກໍລະນີນຳເຂົ້າ 6 ຄົນ ແລະ ຕິດເຊື້ອພາຍໃນ 1,134 ຄົນ) ແລະ ເສຍຊີວິດໃໝ່ +2 ກໍລະນີ.
ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:ຜູ້ທີ 1: ເພດຍີງ, ອາຍຸ 56 ປີ, ບ້ານ ທົ່ງນາມີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ພະຍາດປະຈໍາຕົວ: ເບົາຫວານ ແລະ ໄຂ່ຫຼັງຊຸດໂຊມ ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນ ໂ ຄ ວິ ດ – 19 ວັນທີ 22 ຕຸລາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດ ໂ ຄ ວິ ດ – 19 ວັນທີ 25 ຕຸລາ 2021: ຜົນກວດພົບເຊື້ອ ວັນທີ 26 ຕຸລາ 2021 ຫາ ວັນທີ 3 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້ນອນປີ່ນປົວຢູ່ສູນສະໂມສອນດອກ ປີກໄກ່ເມືອງປາກຊັນ, ແຂວງບໍລິຄຳໄຊ ດ້ວຍອາການເບົາບາງ ແຕ່ມາຮອດເວລາ 09:00 ໂມງ ຂອງວັນທີ 03 ພະຈິກ ຜູ້ກ່ຽວມຄວາມດັນເລືອດຕໍ່າ ຈື່ງໄດ້ຍ້າຍເຂົ້າມາປີ່ນປົວຢູ່ສູນຫຼັກ 6 ໄລຍະເວລາປີ່ນປົວຢູ່ໂຮງໝໍພາກສະໜາມ ແຕ່ວັນທີ 26 ຕຸລາ – 8 ພະຈິກ 2021, ເປັນເວລາ 14 ວັນ.ມາຮອດເວລາ 8:30 ໂມງ ຂອງວັນທີ 09 ພະຈິກ 2021: ຄົນເຈັບໄດ້ເສຍຊິວິດ.
ຜູ້ທີ 2: ເພດຍີງ, ອາຍຸ 82 ປີ, ບ້ານ ຫາດຊາຍຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ພະຍາດປະຈໍາຕົວ: ຫືດ ແລະ ຄວາມດັນເລືອດສູງ ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນ ໂ ຄ ວິ ດ – 19 ວັນທີ 9 ພະຈິກ 2021 ເວລາ 8:00 ໂມງ ມາໂຮງໝໍຊຸມຊົນ ເມືອງປາກກະດິງ ຍ້ອນ ອິດເມື່ອຍ ຫັນໃຈຝຶດ ທ່ານໝໍໄດ້ໃຫ້ການປີ່ນປົວທີ່ເໝາະສົມ ແຕ່ອາການບໍ່ດີຂື້ນ ຈື່ງຂໍຂື້້ນເມືອປີ່ນປົວຢູ່ໂຮງໝໍ ແຂວງ, ກ່ອນໄປ ໄດ້ເກັບຕົວຢ່າງກວດຫາເຊື້ອ ໂ ຄ ວິ ດ – 19ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ນໍາສົ່ງເຂົ້າ
ສູນປີ່ນປົວຫຼັກ 6 ຂອງເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ. ເວລາ 20:30ໂມງ ມາຮອດສູນປີນປົວຫຼັກ 6 ອາການຜູ້ກ່ຽວໜັກລົງ ທີມງານແພດຊ່ວຍ ເຊີດຊູປີ່ນປົວ ສຸດຄວາມ ສາມາດ ແຕ່ອາການບໍ່ດີຂື້້ນມາຮອດເວລາ 00:45 ໂມງ ຂອງວັນທີ 10 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊິວິດ
ເຮັດໃຫ້ມາຮອດວັນທີ 10 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດ ໂ ຄ ວິ ດ – 19 ຢູ່ ສປປ ລາວ 50,031 ຄົນ, ເສຍຊີວິດສະສົມ 91 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 459 ຄົນ, ກຳລັງປິ່ນປົວ 9,591 ຄົນ.