ອະດີດນັກໂທດທົນບໍ່ໄຫວ ຍື່ນຮ້ອງຟ້ອງຜູ້ຄຸມນັກໂທດ ໃນຂໍ້ຫາບັງຄັບໃຫ້ຟັງເພງ Baby Shark

    0
    253

    ອະດີດນັກໂທດທົນບໍ່ໄຫວ ຍື່ນຮ້ອງຟ້ອງຜູ້ຄຸມນັກໂທດ ໃນຂໍ້ຫາບັງຄັບໃຫ້ຟັງເພງ Baby Shark

    ເພງ Baby Shark ເປັນເພງທີ່ກາຍເປັນກະແສນິຍົມໃນໂລກອອນລາຍໃນໄລຍະໜຶ່ງ ແຕ່ວ່າເພງດັ່ງກ່າວກໍຍັງໄດ້ຖືກນໍາມາເປີດເພື່ອລົງໂທດນັກໂທດທີ່ຢູ່ໃນຄຸກ ຈົນເຮັດໃຫ້ຜູ້ຄຸມນັກໂທດຖືກຕັ້ງຂໍ້ຫາທາລຸນນັກໂທດ.ໃນວັນທີ 6 ພະຈິກ 2021 ທີ່ຜ່ານມາ ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າມີອະດີດນັກໂທດ 3 ຄົນໄດ້ລວມໂຕກັນຍື່ນຟ້ອງຄະດີກ່ຽວກັບສິດທິຂອງພົນລະເມືອງກັບທາງຄຸກ

    ໃນລັດໂອຄາໂຮມາ ປະເທດອາເມລິກາ ໂດຍໃຫ້ເຫດຜົນວ່າໄດ້ຮັບຄວາມທຸກທໍລະມານຈາກເພງ Baby Shark ໃນຕອນທີ່ຖືກຄຸມຂັງຢູ່ທີ່ຄຸກແຫ່ງນັ້ນເມື່ອ 2 ປີກ່ອນ.ຕາມການລາຍງານການສອບສວນໃນປີທີ່ຜ່ານມາພົບວ່າ ນັກໂທດຢ່າງໜ້ອຍ 4 ຄົນຖືກບັງຄັບໃຫ້ຟັງເພງເດັກນ້ອຍທີ່ກໍາລັງເປັນທີ່ນິຍົມ ແລະ ເປີດຊໍ້າໄປຊໍ້າມາເປັນເວລາດົນໃນຊ່ວງເດືອນພະຈິກຫາເດືອນທັນວາ ປີ 2019. ຜູ້ຄຸມນັກໂທດໃຫ້ເຫດຜົນວ່າການໃຊ້ເພງ Baby Shark ເປັນເຄື່ອງມືໃນການລົງໂທດນັກໂທດນັ້ນແມ່ນເປັນການສອນບົດຮຽນໃຫ້ກັບພວກເຂົາ ເພາະພວກເຂົາຮູ້ສຶກວ່າການລົງໂທດທາງວິໄນພາຍໃນສະຖານທີ່ຄຸມຂັງບໍ່ໄດ້ຜົນໃນການແກ້ໄຂພຶດຕິກໍາຂອງນັກໂທດ.

    ຈາກການຟ້ອງຮ້ອງຂອງອະດີດນັກໂທດ ເຮັດໃຫ້ເຈົ້າໜ້າທີ່ຄຸກຄຸມຂັງສອງຄົນ ແລະ ຜູ້ບັນຊາການ ຖືກຕັ້ງຂໍ້ຫາສົມຮູ້ຮ່ວມຄິດ ແລະ ທາລຸນນັກໂທດ.

    ທ່ານເດວິດພຣາເຕີໄອຍະການເຂດໂອຄາໂຮມາໄດ້ກ່າວວ່າ: “ການໃຊ້ເພງ baby Shark ໃນຄຸກນັ້ນແມ່ນໂຫດຮ້າຍແລະໄຮ້ມະນຸດສະທໍາແລະເຮັດໃຫ້ເກີດຄວາມຕຶງຄຽດທາງອາລົມທີ່ບໍ່ເໝາະສົມຕໍ່ນັກນັກໂທດ”
    ທີ່ມາ: ລາວໂພສ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.