ຂ່າວດີ! ພາຍໃນເດືອນນີ້ ລາວ ຈະໄດ້ຮັບວັກຊີນກັນໂ ຄ ວ ິ ດ ເພີ່ມອີກ 2,5 ລ້ານໂດສ ຈາກ ສປ ຈີນ

    0
    324

    ຂ່າວດີ! ພາຍໃນເດືອນນີ້ ສປປ ລາວ 🇱🇦 ຈະໄດ້ຮັບວັກຊີນກັນໂຄວິດ-19 ເພີ່ມອີກ 2,5 ລ້ານໂດສ ຈາກ ສປ ຈີນ 🇨🇳 ພາຍໃນເດືອນນີ້ ສປ ຈີນ ຈະມອບວັກຊີນກັນໂຄວິດ-19 ໃຫ້ ສປປ ລາວ ເພີ່ມອີກຈຳນວນ 2,5 ໂດສ, ໂດຍຂໍ້ມູນນີ້ ແມ່ນເປີດເຜີຍໂດຍ ທ່ານ​ ຈ່ຽງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ ຈີນ ປະ​ຈຳ ສ​ປ​ປ ລາວ​ ໃນໂອກາດທີ່ສົນທະນາທາງໂທລະສັບກັບ ທ່ານ ທ່ານ ບຸນ​ແຝງ ພູມ​ມະ​ໄລ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ສຸກ ໃນວັນທີ 4 ພະຈິກ 2021 ທີ່ຜ່ານມາ

    ໂດຍທ່ານກ່າວວ່າ: ຈີນ ແລະ ລາວ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູ​ນ​ລາວ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ພວກ​ເຮົາ​ຈະ​ພາຍະຍາມ​ຈະ​ມອບ​ວັກ​ຊິນ​ໂຄວິດ-19 ອີກ 2,5 ລ້ານໂດສ ໃຫ້​ແກ່​ຝ່າຍ​ລາ​ວ ພາຍ​ໃນ​ເດືອນ​ນີ້ ແລະ ໃຫ້​ການ​ຊ່ວຍ​ເຫຼືອ​ວັດ​ຖຸ​ອຸ​ປ​ະ​ກອນ​ອື່ນໆ​ໃຫ້​ແກ່​ຝ່າຍ​ລາວ​ອີກ
    ຂໍ້ມູນ: ສຳນັກຂ່າວ CRI

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.