ຊາວບ້ານໄປຫາປາພົບພຣະພຸດທະຮູບເກົ່າແກ່ກາງແມ່ນ້ຳຂອງ

    0
    271

    ສາທຸ ສາທຸ ສາທຸ ຊາວບ້ານໄປຫາປາພົບພຣະພຸດທະຮູບເກົ່າແກ່ກາງແມ່ນ້ຳຂອງ

    ເມື່ອວັນທີ 29 ຕຸລາ 2021 ມີການພົບເຫັນພຣະພຸທທະຮູບເກົ່າແກ່ ຢູ່ກາງແມ່ນ້ຳຂອງ ບ້ານດອນສະໂນດ ມີຊາວບ້ານໄດ້ໄປຫາປາ ຢູ່ຫາງດອນສະໂນດ ( ຫລືຫົວດອນທຽນ ) ເມືອງໄຊພູທອງ ແຂວງສະຫວັນນະເຂດ ຈື່ງໄດ້ພົບເຫັນພຣະພຸທທະຮູບອົງນີ້ ຈາກນັ້ນ ກໍ່ໄດ້ມາແຈ້ງອຳນາດການປົກຄອງບ້ານ ຈາກນັ້ນນາຍບ້ານພ້ອມເຖົ້າແກ່ແນວໂຮມບ້ານ ກໍ່ໄດ້ພາກັນໄປອັນເຊີນຂື້ນມາປະທັບໄວ້ຢູ່ວັດບ້ານດອນສະໂນດ ເມື່ອວັນທີ 30 ຕຸລາ 2021

    ມາຮອດວັນທີ 08 ພະຈິກ 2021 ຄະນະອຳນາດການປົກຄອງຂອງສອງບ້ານຄື : ບ້ານດອນສະໂນດ ແລະ ບ້ານເຮືອນຫີນ ກໍ່ໄດ້ຕົກລົງເຫັນດີທີ່ຈະອັນເຊີນພຣະພຸທທະຮູບອົງນີ້ມາປະທັບໄວ້ຢູ່ວັດ ຜາສາດເຮືອນຫີນ ບ້ານເຮືອນຫີນ ເມືອງໄຊພູທອງ ແຂວງ ສະຫວັນນະເຂດ.ຂໍຂອບໃຈຂ່າວແລະຮູບພາບຈາກ : 20DiN – ຊາວດິນ

    ຊາວບ້ານໄປຫາປາພົບພຣະພຸດທະຮູບເກົ່າແກ່ກາງແມ່ນ້ຳຂອງ
    .

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.