ພໍ່ແມ່ພີ່ນ້ອງ! ກຽມຮັບມືອາກາດໜາວ ພາກເໜືອດ້ານຕາເວັນອອກໜາວເຢັນລົງ 2 ຫາ 4 ອົງສາ

    0
    196

    ພໍ່ແມ່ພີ່ນ້ອງ! ກຽມຮັບມືອາກາດໜາວ ພາກເໜືອດ້ານຕາເວັນອອກໜາວເຢັນລົງ 2 ຫາ 4 ອົງສາກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ສະພາບອາກາດ ໃນໄລຍະວັນທີ 8 ຫາ 14 ພະຈິກ 2021 ນີ້ ມວນອາກາດໜາວເຢັນຈາກປະເທດຈີນ ຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບ

    ກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດເຢັນລົງ 1 ຫາ 3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດໜາວ

    ເຢັນ ຫາ ໜາວເຢັນຫຼາຍ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:ພາກເໜືອດ້ານຕາເວັນອອກ: ໃນໜຶ່ງອາທິດຕໍ່ໜ້າ

    ອາກາດຈະເຢັນ ຫາ ໜາວເຢັນລົງ 2 ຫາ 4 ອົງສາ. ພາກເໜືອດ້ານຕາເວັນຕົກ: ໃນໜຶ່ງອາທິດຕໍ່ໜ້າ ອາກາດເຢັນ ຫາ ໜາວເຢັນລົງ 1 ຫາ 3 ອົງສາ. ພາກກາງ:

    ໃນໜຶ່ງອາທິດຕໍ່ໜ້າ ອາກາດເຢັນລົງ 1 ຫາ 3 ອົງສາ. ພາກໃຕ້: ໃນໜຶ່ງອາທິດຕໍ່ໜ້າ ອາກາດຈະເຢັນລົງ 1 ຫາ 3 ອົງສາ.ນະຄອນຫຼວງວຽງຈັນ: ໃນໜຶ່ງອາທິດຕໍ່ໜ້າ ອາກາດຈະເຢັນລົງພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.