ພໍ່ນ້ອຍອາຍຸ48ປີເຄີຍເຮັດວຽກເປັນກຳມະກອນຢູ່ທາງດ່ວນພໍ່ນ້ອຍອາຍຸ48ປີເຄີຍເຮັດວຽກເປັນກຳມະກອນຢູ່ທາງດ່ວນແລ້ວນາຍຈ້າງຖີ້ມປະໄວ້ຢູ່ເຂດວັດບ້ານນາຊອນຕອນນີ້ເສຍຊີວີດແລ້ວ.
ຜູ້ເສຍຊີວີດຊື່:ພໍ່ ນ້ອຍ ອາຍຸ48ປີ ມາແຕ່ແຂວງ ຄຳມ່ວນ ບໍ່ຮູ້ພິນ້ອງ,ບໍ່ຮູ້ບ້ານ ແລະ ບໍ່ຮູ້ເມືອງທີ່ລາວຢູ່ ເສຍຊີວີດຍ້ອນພະຍາດຂອງຜູ້ກ່ຽວເອງມື້ວານນີ້ທີ7/11/2021 ເປັນຄອບຄົວທຸກຍາກຂາດເຂີນ ພໍ່ ນ້ອຍຈື່ງໄດ້ດີ້ນລົນມາເຮັດວຽກເປັນກຳມະກອນນຳນາຍຈ້າງຢູ່ທາງດ່ວນ ແຕ່ຖືກນາຍຈ້າງຖີ້ມປະໄວ້ຢູ່ເຂດວັດບ້ານ ນາຊອນ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ຕາມການສອບຖາມຄູບາຢູ່ໃນວັດ.
ສະນັ້ນການຈັດຕັ້ງບ້ານເລີຍມອບໃຫ້ໜ່ວຍກູ້ໄພນະຄອນຫຼວງວຽງຈັນມ້ຽນຄາບອາບສົບໃຫ້ພໍ່ ນ້ອຍຜູ້ເສຍຊີວີດ.ດັ່ງນັ້ນໜ່ວຍກູ້ໄພຈຶ່ງເປິດຮັບບໍລິຈາກຊື້ໂລງ,ເມມ ແລະ ມ້ຽນຄາບອາສົບລວມມູນຄ່າ 2.500.000ກີບໃຫ້ແກ່ພໍ່ ນ້ອຍທີ່ຕາຍມາແຕ່ແຂວງ ຄຳມ່ວນດ້ວຍ.ສົບເພີນແມ່ນເກັບໄວ້ໂລງເຢັນແມ່ນສົ່ງສະການມື້ອື່ນທີ9/11/2021ທີ່ວັດແກ້ວປ່າເວລາ13:30ໂມງແລງ.
ທ່ານໃດຍາກຊ່ວຍເຫຼືອສາມາດບໍລິຈາກເຂົ້າບັນຊີກາງ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:ກີບ/LAK: 010120000993902001 ຂໍມູນເພີມເຕີມໂທ:020 5669 1624.ຂໍຂອບໃຈຜູ້ທີ່ໃຈບຸນທັງຫລາຍທີ່ຮ່ວມຊ່ວຍເຫລືອສັງຄົມນໍາທີມງານພວກເຮົາ ຂໍໃຫ້ບຸນກຸສົນທີ່ທ່ານ ແລະຄອບຄົວ ໄດ້ເຮັດໃນມື້ນີ້ຈົ່ງໄປຄໍ້າຊູທ່ານແລະຄອບຈົ່ງມີສຸຂະພາບແຂງແຮງແລະລ້ຳລວຍຕະຫລອດໄປສາທຸເຖີດ.