ກົດໄລ້ ກົດແຊຣ໌ ດວງລາຍວັນ 8 ພະຈິກ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

    0
    215

    ດວງຄົນເກີດວັນ ຈັນ:ການງານ ມີໂອກາດຈະໄດ້ທຳງານກ່ຽວກັບການບໍລິຫານ ແລະ ສິ່ງທີ່ສົນໃຈ ການເງິນ ການໃຊ້ເງິນຕ້ອງໃຫ້ມີຄວາມຄິດທີ່ຮອບຄອບຂຶ້ນເປັນພິເສດ ອາດເສຍເງິນຍ້ອນເຄື່ອງໃຊ້ບໍ່ຈຳເປັນຫລາຍ ຄວາມຮັກ ອາດຈະຍັງບໍ່ມີເຂົ້າມາໃຫ້ເທື່ອ ຍ້ອນກຳລັງວຸ້ນກັບການສ້າງເນື້ອສ້າງຕົວ

    ດວງຄົນເກີດວັນ ອັງຄານ:ການງານ ມີງານນ້ອຍຫລາຍໆງານເຂົ້າມາໃຫ້ເຮັດບໍ່ຫຍຸ້ງ ມີໂອກາດໄດ້ຮັບການເລື່ອນຂັ້ນ ການເງິນ ຫາເຂົ້າມາໄດ້ ບໍ່ມີສິ່ງຈຳເປັນຕ້ອງຈ່າຍ ລື່ນໄຫລດີ ຄວາມຮັກ ມີມາໃຫ້ເຫັນໃຫ້ພົບ ແຕ່ກໍ່ຍັງບໍ່ຖືກໃຈ

    ດວງຄົນເກີດວັນ ພຸດ:ການງານ ຈະເລີ່ມມີການປ່ຽນແປງງານ ເຮັດໃຫ້ຊີວິດການງານຊ່ວງນີ້ອາດຈະວຸ້ນໆແດ່ ການເງິນ ເລີ່ມທີ່ຈະຕ້ອງປັບປຸງການຈ່າຍເງິນ ຮັບເງິນໃຫ້ດີ ອາດຈະເຮັດໃຫ້ເງິນຫມົດໄດ້ ຫາກຈ່າຍບໍ່ຮູ້ຈັກຄິດໃຫ້ຖີ່ຖ້ວນກ່ອນ ຄວາມຮັກ ອາດຈະມີຮັກໆເຂົ້າມາແດ່ ແຕ່ກໍ່ຍັງບໍ່ແມ່ນຄົນທີ່ຕາມຫາ

    ດວງຄົນເກີດວັນ ພະຫັດ:ການງານ ເລີ່ມຈະມີການປັບຕົວເຂົ້າກັບງານໃຫມ່ ແລະ ວຽກທີ່ເຮັດຈະເລີ່ມໄປໄດ້ໄວຂຶ້ນ ການເງິນ ມີການໃຊ້ຈ່າຍອອກຄອນຂ້າງຫລາຍແດ່ ເລີຍຈະເຮັດໃຫ້ການເງິນຊ່ວງນີ້ຟືດໆແດ່ ແຕ່ກໍ່ຈະຜ່ານໄປໄດ້ເອງ ຄວາມຮັກ ມີຄົນເຂົ້າມາທັກທາຍ ເຂົ້າມາຫາ ລອງຈີບ ລອງສຶກສາເບິ່ງໃຈກັນໄດ້

    ດວງຄົນເກີດວັນ ສຸກ:ການງານ ອາດຈະພົບກັບເລື່ອງວຸ້ນໆແດ່ ໃນໄລຍະນີ້ ແຕ່ກໍ່ສາມາດຜ່ານໄປໄດ້ ການເງິນ ການເງິນຊ່ວງນີ້ ໃຫ້ລະມັດລະວັງການຈ່າຍແບບບໍ່ຄິດໃຫ້ດີ ອາດຈະເຮັດໃຫ້ຫມູນເງິນບໍ່ທັນໄດ້ ຄວາມຮັກ ຄົນຮັກອາດຈະເປັນຄົນໃກ້ຕົວ ທີ່ຄິດບໍ່ເຖິງ

    ດວງຄົນເກີດວັນ ເສົາ:ການງານ ມີໂອກາດໄດ້ເຮັດງານໃຫ່ຍ ທີ່ສຳຄັນ ແລະ ມີໂອກາດປະສົບຄວາມສຳເລັດ ຫາກເອົາໃຈໃສ່ໃນສິ່ງຮອບຕົວໃຫ້ຫລາຍຂຶ້ນ ການເງິນ ຫາເຂົ້າມາໄດ້ເລື້ອຍໆ ຍັງບໍ່ມີສິ່ງໃດຕ້ອງກັງວົນ ຄວາມຮັກ ຍັງບໍ່ມີຄົນທີ່ຖືກໃຈໃຫ້ຄົບຫາຢ່າງຈິງຈັງ

    ດວງຄົນເກີດວັນ ອາທິດ:ການງານ ມີເລື່ອງດີໆເຂົ້າມາໃຫ້ເຮັດ ເຮັດໃຫ້ການງານຊ່ວງນີ້ລາບລື່ນດີ ການເງິນ ເລື່ອງບາງສິ່ງ ບໍ່ຕ້ອງໃຊ້ເງິນເທົ່ານັ້ນຈຶ່ງຈະດີີ ເຊິ່ງຊ່ວງນີ້ລາຍຈ່າຍຈະເລີ່ມມີຫລາຍກວ່າລາຍຮັບແດ່ ຄວາມຮັກ ຍັງບໍ່ຄ່ອຍມີເວລາໃຫ້ກັບຄວາມຮັກ ເນັ້ນໃນການສ້າງຕົວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.