ຮັກເມຍຕອນເມົາ

    0
    208

    ວັນທີ່ 04/11/2021 ທີ່ຜ່ານມາເກີດເຫດມີຄົນ ແ ທ ງ ຕົ ວ ເອງໄດ້ຮັບບາດເຈັບຢູ່ໃນເຮືອນ

    ໜ່ວຍກູ້ໄພໄດ້ເຂົ້າຊ່ວຍເຫຼືອເບື້ອງຕົ້ນພົບວ່າ ທ້າວ ຈູນ ອາຍຸ27ປີ ຈາກການໃຫ້ການຂອງແມ່ເມຍທ້າວ ຈູນ ວ່າ: ເຫັນລູກເຂີຍກັບມາຈາກເຮືອນໝູ່ ມາຮອດມີລັກສະນະອາການເມົາ ແລະຫີ້ວຊີນໝູມານຳ ຕົນເລີຍເຂົ້າໄປຖາມວ່າຈະເຮັດຫຍັງ ລູກເຂີຍຕອບວ່າຈະທອດຊີ້ນໝູໃຫ້ເມຍກິນແບບພ້ອມໜ້າພ້ອມຕາ ຕົນເລີຍຕອບວ່າບໍ່ຖ້າເຮັດດອກພວກເຮົາກິນເຂົ້າໝົດແລ້ວ. ລູກເຂີຍກໍ່ໄດ້ເຮັດໜ້າບໍ່ພໍໃຈຕົນເລີຍຂຶ້ນໄປນອນ ປະມານ 10ນາທີ ໄດ້ຍິນສຽງລູກເຂີຍໂ ວ ຍ ວ າ ຍຈຶ່ງລົງມາເບິ່ງ ເຫັນລູກເຂີຍໃຊ້ ມີ ດ ແ.ທງ ໂ ຕ ເອງແລ້ວຕົນຈຶ່ງຮີບໄປຫ້າມ.

    ສ່ວນນາງ ວະນິດາ ອາຍຸ 25ປີ ພັນລະຍາຂອງ ທ້າວ ຈູນ ບອກວ່າ ຕົນໄດ້ຂຶ້ນໄປນອນກ່ອນແລ້ວ ຫຼັງຈາກສາມີກັບມາຮອດເຮືອນໄດ້ຂຶ້ນໄປກະຊິບໃສ່ຫູວ່າ “ຈະທອດໝູແຊບໆໃຫ້ກິນ ມີນ້ຳເຕົາຮູ່ແດ່ເດີທີ່ຮັກ”ແຕ່ຕົນມາອາການເຈັບຫົວຈຶ່ງບອກໄປວ່າກິນເຂົ້າແລ້ວ ແລະ ຮູ້ສຶກເຈັບຫົວແດ່ບໍ່ຕ້ອງທອດກໍ່ໄດ້ ອຕ່ສາມີພະຍາຍາມຊູຊີ ຕົນເລີຍໃຈຮ້າຍຮ້ອງໃສ່ໄປວ່າ “ບໍ່ກິນ ບໍ່ເຂົ້າໃຈຫວາ?”

    ສາມີກະຕອບກັບມາດ້ວຍນ້ຳສຽງບໍ່ດີປານໃດແລ້ວກໍ່ຍ່າງລົງໄປ ກ່ອນພໍ່ກັບແມ່ຈະຮ້ອງໃຫ້ໄປເບິ່ງສາມີກຳລັງກໍ່ເຫດ.ເຫດການນີ້ເກີດຂຶ້ນທີ່ປະເທດໄທ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.