ຈັບຊຽນພະນັນໄພ້ 7 ຄົນ ຂຶ້ນຫ້ອງການບ້ານ

    0
    308

    ເປັນແນວໃດວົງແຕກຄັກບໍ່ ເມື່ອເຈົ້າໜ້າທີ່ບຸກ ເພາະເພີ່ນກໍ່ບອກແລ້ວເວົ້າກໍ່ບໍ່ຟັງ ວ່າຊ້ວງນີ້ບໍ່ໃຫ້ຈັດຕັ້ງກຸ່ມ ຫຼື ຕັ້ງວົງຊຸມແຊວ ບໍ່ວ່າຈະການພະນັນ ຫຼີ້ນໄພ້ ຫຼີ້ນເບີ ຫຼື ຕັ້ງວົງ ກິນເຫຼົ້າ ກິນເບຍ ເພີ່ຮນກໍ່ບໍ່ໃຫ້ຢູ່ນຳກັນຫຼາຍຄົນ ເພາະມັນສ່ຽງຕິດເຊື້ອ ຈັ່ງແມ່ນພາກັນເວົ້າຢາກ ອົດເອົາກ່ອນກໍ່ບໍ່ໄດ້ບໍ່ເນາະຢ່າໃຫ້ເວົ້າຍາກເວົ້າຊາຫຼາຍໃຫ່ຍໆກັນແລ້ວ ຈັບຊຽນພະນັນໄພ້ 7 ຄົນ ຂຶ້ນຫ້ອງການບ້ານ

    ຈັບຊຽນພະນັນໄພ້ 7 ຄົນ ຂຶ້ນຫ້ອງການບ້ານ ສຶກສາອົບຮົມ ພ້ອມປັບໄໝປກສ ກຸ່ມເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ພາຕົວກຸ່ມຄົນທີ່ຕັ້ງວົງຫຼິ້ນໄພ້ 7 ຄົນ ຍິງ 3 ຄົນ ມາສຶກສາອົບຮົມ ຢູ່ຫ້ອງການ ປກສ ກຸ່ມເກົ້າລ້ຽວ ໃນວັນທີ 5 ພະຈິກ 2021.

    ພັທ ບຸນຫຼີ ຊາພັກດີ ຫົວໜ້າ ປກສ ກຸ່ມເກົ້າລ້ຽວ ໃຫ້ຮູ້ວ່າ: ການລົງແກ້ໄຂຈຸດ (ຫຼິ້ນໄພ້) ແມ່ນຖືເປັນການລະເມີດແຈ້ງການ ທີ່ພາໃຫ້ມີຄວາມສ່ຽງຕໍ່ການແຜ່ລະບາດພະຍາດ ແລະ ເປັນການກະທໍາທີ່ລະເມີດຕໍ່ແຈ້ງການເລກທີ 40/ສພກ.ນວ ຈິ່ງໄດ້ພາຕົວພວກກ່ຽວ ຂຶ້ນຫ້ອງການ ປກສ ກຸ່ມ ເພື່ອສຶກສາອົບຮົມ ແລະ ປັບໄໝຕາມລະບຽບການ.


    ຈັບຊຽນພະນັນໄພ້ 7 ຄົນ ຂຶ້ນຫ້ອງການບ້ານ
    .

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.