ສຸກສັນວັນເກີດ ປະທານປະເທດແຫ່ງ ສປປລາວ ທ່ານ ທອງລຸນ ສີສຸລິດ ຄົບຮອບ 76 ປີ, 10 ພະຈິກ 1945-2021.”(1) ປະຫວັດສ່ວນຕົວແບບຫຍໍ້
1. ວັນເດືອນປີເກີດ 10 ພະຈິກ 1945,2. ສະຖານທີ່ເກີດ ແຂວງຫົວພັນ, ປະເທດລາວ,
3. ສະຖານະພາບ ສົມລົດກັບ ທ່ານ ນາງ ນາລີ ສີສຸລິດ, ມີບຸດ 03 ຄົນ, 4. ສາສະໜາ: ພຸດ,5. ຄວາມຮູ້ໃນພາສາຕ່າງປະເທດ ພາສາລັດເຊັຍ, ພາສາຫວຽດນາມ ແລະ ພາສາອັງກິດ;
(2) ປະຫວັດການສຶກສາ1. ໄລຍະ 1962-1969 ອະນຸປະລິນຍາ, ວິທະຍາໄລສ້າງຄູ ແນວລາວຮັກຊາດ, ແຂວງຫົວພັນ2. ໄລຍະ 1973-1978 ປະລິນຍາໂທ ວິຊາ ພາສາສາດ ແລະ ວັນນະຄະດີ, ສະຖາບັນສ້າງຄູ Gerzen, ເມືອງເຊັນປີເຕີສເບີກ, ອະດີດສະຫະພາບໂຊວຽດ,3. ໄລຍະ 1981-1984 ປະລິນຍາເອກ ວິຊາ ປະຫວັດສາດການພົວພັນສາກົນ, ສະຖາບັນວິທະຍາສາດສັງຄົມ, ມົດສະກູ, ອະດີດສະຫະພາບໂຊວຽດ;
(3) ປະຫວັດການເຮັດວຽກ:1. ໄລຍະ 1967-1969 ພະນັກງານ ກົມສາມັນສຶກສາ, ແນວລາວຮັກຊາດ, ແຂວງຫົວພັນ, 2. ໄລຍະ 1969-1973 ພະນັກງານ ຫ້ອງການຜູ້ຕາງໜ້າແນວລາວຮັກຊາດປະຈຳ ຮ່າໂນ້ຍ, ສສ. ຫວຽດນາມ, 3. ໄລຍະ 1978-1979 ອາຈານສອນທີ່ມະຫາວິທະຍາໄລວຽງຈັນ,
4. ໄລຍະ 1979-1981 ເລຂາລັດຖະມົນຕີວ່າການ ກະຊວງສຶກສາທິການ, ຫົວໜ້າພະແນກ ຮ່ວມມືສາກົນ, ກະຊວງສຶກສາທິການ, 5. ໄລຍະ 1985-1986 ຫົວໜ້າກົມຄົ້ນຄວ້າ, ສຳນັກງານ ນາຍົກລັດຖະມົນຕີ,6. ໄລຍະ 1987-1992 ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ,
7. ໄລຍະ 1993-1996 ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,8. ໄລຍະ 1997-2001 ສະມາຊິກຄະນະປະຈຳ ສະພາແຫ່ງຊາດ, ປະທານຄະນະ ກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ
9. ໄລຍະ 2001-2006 ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຄຸ້ມຄອງການລົງທຶນ, ປະທານຄະນະກຳມະການແຫ່ງຊາດດ້ານພະລັງງານ, ສະມາຊິກສະພາແຫ່ງຊາດ,10. ໄລຍະ 2006-2016 ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ,11. ໄລຍະ 2016-2021 ນາຍົກລັດຖະມົນຕີແຫ່ງ ສປປລາວ,
12. ໄລຍະ 2021-ປັດຈຸບັນ ປະທານປະເທດແຫ່ງ ສປປລາວ.