ຂ່າວເສົ້າມື້ນີ້ ເສຍຊີວິດເພີ່ມຈາກໂຄວິດ 4 ຄົນ, ຢູ່ນະຄອນຫຼວງວຽງຈັນທັງໝົດ

    0
    299

    ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງອຸດສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 5 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7.233 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 960 ຄົນ (ຕິດເຊື້ອພາຍໃນ ມີ 955 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).ສໍາລັບລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້

    1 ຜູ້ທີ 1 ເພດຊາຍ, ອາຍຸ 41 ປີ, ບ້ານດ່ານຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງ ພະຍາດປະຈຳຕົວ ຄວາມດັນເລືອດສູງ, ຜ່ານມາຍັງບໍ່ທັນສັກວັກຊິນກັນໂຄວິດ-19ວັນທີ 02 ພະຈິກ 2021 ຜູ້ກ່ຽວມີອາການເຈັບຫົວ ຕອນເຊົ້າຂອງວັນທີ 03 ພະຈິກ 2021 ຜູ້ກ່ຽວລົ້ມຢູ່ຫ້ອງນໍ້າບໍ່ໄດ້ສະຕິ ແລະ ຄອບຄົວຈຶ່ງພາມາກວດຢູ່ໂຮງໝໍ 103 ພ້ອມທັງ ເກັບຕົວຢ່າງກວດຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ, ວັນທີ 04 ພະຈິກ 2021 ເວລາ 18:30 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ

    2 ຜູ້ທີ 2 ເພດຍິງ, ອາຍຸ 70 ປີ, ບ້ານຫນອງສະໂນຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງ. ພະຍາດປະຈຳຕົວ ເບົາຫວານ, ໄຂ່ຫລັງຊຸດໂຊມ ແລະ ຄວາມດັນເລືອດສູງ, ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບຜູ້ກ່ຽວມີອາການ ຫາຍໃຈຝືດ, ຖືຄີງໄຂ້, ໄອ, ເຈັບຄໍ ແລະ ມີນ້ຳມູກຍ້ອຍ ວັນທີ 24 ຕຸລາ 2021 ມາກວດຢູ່ໂຮງໝໍມິດຕະພາບ ພ້ອມທັງ ເກັບຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ 13 ມື້ ແຕ່ວັນທີ 24 ຕຸລາ 2021 – 05 ພະຈິກ 2021 ວັນທີ 05 ພະຈິກ 2021 ເວລາ 08:50 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.

    3 ຜູ້ທີ 3 ເພດຍິງ, ອາຍຸ 79 ປີ, ອາຊີບ ແມ່ເຮືອນ ບ້ານຫນອງແຕ່ງເຫນືອ, ເມືອງສີໂຄດຕະບອງ ນະຄອນຫລວງ; ພະຍາດປະຈຳໂຕ ເປັນພະຍາດປອດອັກເສບມາຫລາຍປີໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ ວັນທີ 01 ພະຈິກ 2021 ໄດ້ເກັບຕົວຢ່າງມາກວດຊອກພະຍາດໂຄວິດ-19ວັນທີ 2 ພະຈິກ 2021 ຜົນກວດແມ່ນພົບເຊື້ອ ແລະ ເຂົ້ານອນປີ່ນປົວ ຢູ່ໂຮງໝໍມິດຕະພາບ ຊື່ງຄົນເຈັບມີອາການໄອ, ເຈັບແຫນ້ນຫນ້າເອິກ, ອິດເມື່ອຍ ແລະ ຫາຍໃຈຝືດໄລຍະທີ່ນອນປິ່ນປົວປົວຢູ່ໂຮງໝໍ 4 ວັນ ແຕ່ວັນທີ 2 – 5 ພະຈິກ 2021 ວັນທີ 5 ພະຈິກ 2021 ເວລາ 11:18 ໂມງ ຜູ້ກ່ຽວໄດ້ເສຍຊີວິດ

    4 ຜູ້ທີ 4 ເພດຊາຍ, ອາຍຸ 92 ປີ, ບ້ານ ດົງປາແລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ພະຍາດປະຈໍາຕົວ ເປັນອໍາມະພາດຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ເປັນຫຼານຊາຍ ຢູ່ເຮືອນຫຼັງດຽວກັນວັນທີ 3 ພະຈິກ 2021 ຜູ້ກ່ຽວມີອາການໄຂ້ ແລະ ຫາຍໃຈຝຶດ, ທາງຄອບຄົວໄດ້ປະສານຫາທີມແພດ ມາເກັບຕົວຢ່າງ ແລະ ພົບກວດແມ່ນພົບເຊື້ອ ແລະ ວັນທີ 4 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດຢູ່ບ້ານ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.