9 ເດືອນ ດ່ານສາກົນພູເກືອ ເກັບລາຍຮັບໄດ້ 29 ຕື້ກວ່າກີບ

    0
    259

    ຂປລ. ໃນວັນທີ 4 ພະຈິກ 2021 ນີ້, ທ່ານ ພູວັນ ພົມມະຈັນ ຄະນະປະຈໍາ ສະພາປະຊາຊົນແຂວງ (ສພຂ), ຮອງປະທານຄະນະກຳມະການເສດຖະກິດ,ແຜນການ ແລະ ການເງີນ (ຄສຜງ) ແຂວງອັດຕະປື ພ້ອມຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນຂົງເຂດເສດ ຖະກິດ, ແຜນການ ແລະ ການເງີນຢູ່ດ່ານສາກົນພູເກືອ. ເຂົ້າຮ່ວມມີທ່ານ ພັທ ໂພໄຊ ສຸລິວົງສາ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ, ມີບັນດາທ່ານຂະແໜງພາສີ ແລະ ຂະແໜງການປະຈຳດ່ານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພັທ ໂພໄຊ ສຸລິວົງສາ ໄດ້ລາຍງານການຈັດຕັ້ງປະ ຕິບັດວຽກງານຢູ່ດ່ານສາກົນພູເກືອໂດຍຫຍໍ້ໃຫ້ຊາບວ່າ: ດ່ານສາກົນພູເກືອ ຕັ້ງຢູ່ເມືອງພູວົງ ແຂວງອັດຕະປື, ຫ່າງ ຈາກເທດສະບານເມືອງສາມັກຄີໄຊ 113 ກິໂລແມັດ ຕາມເສັ້ນທາງ 18 ເບ ຕິດກັບດ່ານສາກົນ ເບີອີ ເມືອງງອກໂຫ້ຍ ແຂວງກອນຕູມ (ສສ ຫວຽດນາມ) ເຊິ່ງມີຄວາມສຳຄັນດ້ານຍຸດທະສາດ,ທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ການຕ່າງປະເທດ. ໃນໄລຍະ 9 ເດືອນຕົ້ນປີ 2021ນີ້, ຂະແໜງພາສີພ້ອມດ້ວຍວີຊາການໄດ້ເອົາໃຈ

    ໃສ່ຢ່າງເປັນປົກກະຕິໃນການກວດກາສີນຄ້າກ່ອນການສົ່ງອອກ-ນຳເຂົ້າໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ພ້ອມທັງໄດ້ສ້າງໂອກາດໃຫ້ແກ່ຜູ້ປະກອບການ ແລະ ນັກລົງທຶນຫັນເຂົ້າມາໃຊ້ບໍລິການພາຍໃນດ່ານໃຫ້ນັບມື້ນັບຫລາຍເພື່ອຊອກຫາແຫລ່ງລາຍຮັບໃຫ້ບັນລຸຕາມແຜນ, 9 ເດືອນຕົ້ນປີຜ່ານມາສາມາດເກັບລາຍຮັບພາສີອາກອນໄດ້ທັງໝົດ 29 ຕື້ກວ່າກີບ ທຽບໃສ່ແຜນປີໄດ້ 92,17%.

    ຈາກນັ້ນທ່ານ ຮອງປະທານ ຄສຜງ ໄດ້ມີຄຳຖາມເຈາະຈີ້ມເພີ່ມເຕີມ ແລະ ເນັ້ນໃຫ້ເຈົ້າໜ້າທີ່ ແລະ ຂະແໜງການປະຈຳດ່ານ ເອົາໃຈໃສ່ຄຸ້ມຄອງ ກວດກາຈັດຕັ້ງເຄື່ອນໄຫວວຽກງານໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ແລະ ນິຕິກຳຕ່າງທີ່ກ່ຽວຂ້ອງ ພ້ອມທັງເກັບລາຍຮັບໃຫ້ໄດ້ລື່ນຕາມແຜນການທີ່ວາງໄວ້ ໃນຕໍ່ຫນ້ (ພາບ-ຂ່າວ:ວິນັດ)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.