ອົງການກວດກາແຫ່ງລັດ ກວດກາ 39 ເປົ້າໝາຍ ພົບເຫັນຜົນເສຍຫາຍ 1.860 ຕື້ກວ່າກີບ ໃນປີນີ້, ອົງການກວດກາແຫ່ງລັດ ສາມາດກວດກາໄດ້ 39 ເປົ້າໝາຍ, ພົບເຫັນຜົນເສຍຫາຍ 1.860 ກວ່າຕື້ກີບ ແລະ ເກັບກູ້ຜົນເສຍຫາຍໄດ້ 328,03 ຕື້ກີບ, ມີ 218.046 ໂດລາ ແລະ 4.514.780 ບາດ. ແຕ່ເນື່ອງຈາກການລະບາດຂອງໂຄວິດ-19 ເຮັດໃຫ້ການດໍາເນີນການກວດກາຫຼາຍເປົ້າໝາຍບໍ່ສາມາດດຳເນີນໃຫ້ສຳເລັດໄດ້.
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 5 ພະຈິກນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022; ການກວດກາຕາມຜົນການກວດສອບ ປີ 2019.
ຕໍ່ກັບບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022; ທ່ານປະທານອົງການກວດກາແຫ່ງລັດ ໄດ້ກ່າວບາງເນື້ອໃນວ່າ: ໃນການເຄື່ອນໄຫວວຽກງານ ປີ 2021 ໄດ້ລົງຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 6 ໂຄງການ ມູນຄ່າ 1.055,97 ຕື້ກີບ, ມູນຄ່າປະຕິບັດໄດ້ທັງໝົດ 350,35 ຕື້ກີບ, ໄດ້ຊຳລະແລ້ວ 17,69 ຕື້ກີບ; ກວດກາສຳເລັດ 1 ໂຄງການ ຍັງ 5 ໂຄງການ ທີ່ຍັງສືບຕໍ່ປະຕິບັດ. ນອກນີ້, ຍັງໄດ້ເຂົ້າຮ່ວມຕິດຕາມ, ກວດກາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມູນຄ່າ 37,7 ຕື້ຢວນ ຮອດປັດຈຸບັນ ປະຕິບັດສຳເລັດ 98%.
ສຳລັບການກວດກາຕາມຄຳສັ່ງ ແລະ ແຈ້ງການຂອງ ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ ທີ່ມີເປົ້າໝາຍກວດກາທັງໝົດ 15 ເປົ້າໝາຍ, ສາມາດກວດກາໄດ້ 4 ເປົ້າໝາຍ ແລະ ຍັງສືບຕໍ່ກວດກາ 11 ເປົ້າໝາຍ. ວຽກສະກັດກັ້ນການສໍ້ລາດບັງຫຼວງ ແມ່ນໄດ້ສໍາເລັດການມອບເອກະສານແຈ້ງຊັບສິນໃຫ້ພາກສ່ວນຕ່າງໆ ທັງໝົດ 42 ພາກສ່ວນ; ໃນນີ້, ປະກອບມີ 13 ກະຊວງ, 15 ອົງການ, 13 ແຂວງ ແລະ ນະຄອນຫຼວງວຽງຈັນ; ສົ່ງເອກະສານແຈ້ງຊັບສິນທັງໝົດ 25.797 ສະບັບ, ໃນນີ້ ຂັ້ນສູນກາງຄຸ້ມຄອງ 1.004 ສະບັບ.
ດ້ານວຽກງານຕ້ານການສໍ້ລາດບັງຫຼວງ ແມ່ນກຳລັງດຳເນີນການເກັບກໍາຂໍ້ມູນ ແລະ ກວດກາ 4 ເປົ້າໝາຍ. ວຽກງານການສືບສວນ-ສອບສວນ ໄດ້ສຳເລັດ 2 ຄະດີ ແລະ ກໍາລັງດໍາເນີນການສືບສວນ-ສອບສວນ 4 ຄະດີ. ສ່ວນການຄົ້ນຄວ້າຄໍາຮ້ອງ-ການສະເໜີ ໄດ້ຄົ້ນຄວ້າທັງໝົດ 176 ສະບັບ. ວຽກຕິດຕາມ, ຊຸກຍູ້ແກ້ໄຂຜົນການກວດກາ ໄດ້ສືບຕໍ່ເຄື່ອນໄຫວ ທັງໝົດ 8 ເປົ້າໝາຍ ມູນຄ່າເສຍຫານທັງໝົດຄື: 359 ຕື້ກວ່າກີບ, 395.554 ບາດ ແລະ 1.545.811 ໂດລາ; ເກັບກູ້ໄດ້ 244 ຕື້ກວ່າກີບ, 39.594 ບາດ ແລະ 1.545.811 ໂດລາ. ສັງລວມແລ້ວ, ໃນໜຶ່ງປີຜ່ານມາ ອົງການກວດກາແຫ່ງລັດ ໄດ້ກວດກາ 39 ເປົ້າໝາຍ ແລະ ຄົ້ນຄວ້າຄໍາຮ້ອງ-ການສະເໜີ 176 ສະບັບ; ພົບເຫັນຜົນເສຍຫາຍ ທັງໝົດ 1.860,84 ຕື້ກີບ, ມີ 24.882.503,73 ໂດລາ ແລະ 384.810.394 ບາດ; ເກັບກູ້ໄດ້ແລ້ວມີ 328,03 ຕື້ກີບ, ມີ 218.046 ໂດລາ ແລະ 4.514.780 ບາດ; ຍັງຄົງຄ້າງມີ 1.532,81 ຕື້ກີບ, ມີ 24.644.457,73 ໂດລາ ແລະ 380.295.614 ບາດ.
ຕໍ່ກັບບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2019, ທ່ານ ຄຳພັນ ພົມມະທັດ ກ່າວວ່າ: ອົງການກວດກາແຫ່ງລັດ ໄດ້ດຳເນີນການເຄື່ອນໄຫວກວດກາລົງເລິກ 4 ເປົ້າ ໝາຍ ຕາມຜົນການກວດສອບ ປີ 2019 ໂດຍໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງ ກະກຽມຮ່າງຂໍ້ຕົກລົງ ແລະ ສ້າງແຜນການລະອຽດຈະແຈ້ງໃນການເຄື່ອນໄຫວກວດກາແຕ່ລະບັນຫາ ແຕ່ເນື່ອງຈາກວ່າການລະບາດຂອງພະຍາດໂຄວິດ-19, ປະຕິບັດມາດຕະການຂອງຄະນະສະເພາະກິດ ແລະ ຄຳສັ່ງເລກທີ 15/ນຍ ຈຶ່ງບໍ່ສາມາດດໍາເນີນການກວດກາໃຫ້ສໍາເລັດໄດ້. ສໍາລັບການສືບຕໍ່ ກວດກາ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 14/ສພຊ ມີ 6 ເປົ້າໝາຍ ຊຶ່ງໄດ້ດຳເນີນການກວດກາສຳເລັດ 1 ເປົ້າໝາຍ. ໃນປີ 2022, ອົງການກວດກາແຫ່ງລັດ ຈະສູ້ຊົນສຸມໃສ່ກວດກາຕາມຜົນການກວດສອບ ປີ 2019 ແລະ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 14/ສພຊ ທີ່ຍັງຄົງຄ້າງໃຫ້ສຳເລັດ.
(ຂ່າວ: ສຸກສະຫວັນ, ພາບ: ສໍານານ) ທີ່ມາ: ປະຊາຊົນ