ໜັກໜ່ວງ…!! ເກີດນ້ຳຖ້ວມຄັ້ງໃຫຍ່ຢູ່ກຳປູເຈຍ ມີຜູ້ເສຍຊີວິດແລ້ວ 40 ກວ່າຄົນ.

    0
    224

    ຕາມ​ຂ່າວ​ຈາກ ​ພະນົມ​ເປັນ,ວັນ​ທີ1​ພະຈິກ, ນະຄອນຫລວງ ​ພະນົມ​ເປັນ ​ຂອງ​ກຳປູ​ເຈຍ ​ຜະ​ເຊີນ​ກັບ​ ຝົນ​ຕົກ​ໜັກ​ ຢ່າງ​ຕໍ່​ເນື່ອງ ຕັ້ງ​ແຕ່​ເດືອນ​ແລ້ວ ສົ່ງ​ຜົນ​ໃຫ້​ ລະດັບ​ນ້ຳ​ໃນ​ແມ່​ນ້ຳ​ ຫລາຍ​ສາຍ​ ສູງ​ຂຶ້ນ ຈົນ​ຫລົ້ນ​ ແຄມ​ຝັ່ງ ​ໄຫລ​ເຂົ້າຖ້ວມ ​ເຮືອນ​ປະຊາຊົນ ​ໃນ​ເບື້ອງ​ຕົ້ນ ມີ​ລາຍ​ງານ​ ຜູ້​ເສຍ​ຊີວິດ 40 ​ກວ່າຄົນ ທັງ​ໃນ​ພະນົມ​ເປັນ ​ແລະ ອີກ​ຫລາຍ​ແຂວງ ລວມທັງ​ ແຂວງ​ບັນ​​ເຕຍ ມຽນ​ເຈຍ,​ແຂວງ​ພຣະຕະບອງ ​ແລະ ​ແຂວງ​ກຳ​ປົງ​ຖົມ.

    ຂະນະ​ທີ່ ​ເຮືອນ​ປະຊາຊົນ 160.000ກວ່າ​ຫລັງ ຈົມ​ຢູ່​ໃຕ້​ລະດັບ​ ນ້ຳ​ຖ້ວມ​ສູງ ສ້າງ​ຄວາມ​ເດືອນ​ຮ້ອນ ​ໃຫ້​ປະຊາຊົນ 800.000 ກວ່າ​ຄົນ ຖື​ວ່າ​ ເປັນ​ເຫດການ​ນ້ຳ​ຖ້ວ​ມ ຄັ້ງ​ໃຫຍ່ ​ເມື່ອທຽບ​ໃສ່​ ປີ​ຜ່ານ​ມາ ​ເຊິ່ງມີ​ຜູ້​ເສຍ​ຊີວິດ 30ຄົນ ຈາກ​ນ້ຳ​ຖ້ວມ ​ກະທັນຫັນ ​ແລະ ມີ​ຜູ້​ເສຍ​ຊີວິດ​ອີກ ຢ່າງ​ໜ້ອຍ 8ຄົນ ຈາກ​ພາຍຸ ມໍລະສຸມ ​ອີກ​ຄັ້ງ.

    ຂໍ້ມູນຈາກ: ຂປລ (ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.