ກົດໄລ້ ກົດແຊຣ໌ ດວງລາຍວັນ 4 ພະຈິກ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

    0
    222

    ຄົນເກີດວັນອາທິດ:ການ​ງານເດີນທາງ​ຕິດ​ຕໍ່​ວຽກງານຕະຫຼອດ ເມື່ອຍຫຼາຍ ຕ້ອງ​ໃຊ້​ຄວາມ​ພະຍາຍາມຫຼາຍ​ຂຶ້ນ ເຖິງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ເຂົ້າ​ມາ​ໃຫ້​ໃຊ້​ຈ່າຍ​ຢູ່​ ແຕ່​ກໍ​ຫາ​ເງິນ​ເຂົ້າ​ມາ​ໄດ້​ທັນ​ທ່ວງ​ທີ ຄວາມ​ຮັກໄລຍະ​ນີ້​ງານ​ມາ​ກ່ອນ ເລື່ອງ​ຂອງ​ຄວາມ​ຮັກ​ນັ້ນ​ເປັນ​ເລື່ອງ​ຮອງ ຈຶ່ງ​ຍັງ​ບໍ່​ໄດ້​ຕັດ​ສິນ​ໃຈ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນຄໍາ ສີມຸງຄຸນ​ສີດໍາ
    ເລກ​ນຳ​ໂຊກ​9

    ຄົນເກີດວັນຈັນ:ການ​ງານ​ລະ​ວັງ​ການ​ເຮັດວຽກ​ໜັກຫຼາຍ​ຈົນ​ສົ່ງ​ຜົນ​ຕໍ່​ສຸຂະພາບ ໂດຍ​ສະເພາະ​ທາງ​ດ້ານ​ສາຍ​ຕາ​ໃນ​ໄລຍະ​ນີ້ ການ​ເງິນ​ຈະ​ພົບ​ເລື່ອງ​ທີ່​ຕ້ອງ​ສູນ​ເສຍ​ເງິນ​ອອກ​ໄປ​ເປັນ​ຈຳນວນ​ໜຶ່ງ​ໃນ​ໄລຍະ​ນີ້ ຄວາມ​ຮັກ​ເປັນ​ວັນມື້ທີໂຊກດີ​ເພາະ​ຈະ​ມີ​ໂອ​ກາດ​ພົບຄົນທີ່​ມີ​ສະເໜ່ຫຼາຍ​ໆ ການ​ເຮັດ​ວຽກງານ​ນຳ​ພາ​ມາ​ໃຫ້​ພົບ​​ກັນ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີເຫຼືອງ
    ເລກ​ນຳ​ໂຊກ​2

    ຄົນເກີດວັນອັງຄານ:ການ​ງານ​ວາງ​ແຜນ​ຄວບ​ຄຸມ​ຕົ້ນ​ທຶນ​ໃຫ້​ດີ​ໃນ​ເລື່ອງ​ຂອງ​ການ​ລົງ​ທຶນ​ຕ່າງ​ໆ ທຸລະກິດ​ກ່ຽວ​ຂ້ອງ​ກັບ​ທີ່​ດິນໄລຍະ​ນີ້​ຈະ​ມີ​ໂອ​ກາດ​ທີ່​ຈະ​ເກີດ​ຄວາມ​ສຳ​ເລັດ​ໄດ້​ດີ
    ການ​ເງິນ​ມີ​ຄ່າ​ໃຊ້​ຈ່າຍ​ກ່ຽວກັບ​ເລື່ອງ​ຂອງ​ການເດີນທາງ​ຕ່າງ​ໆ ທີ່​ຈຳ​ເປັນ​ຕ້ອງ​ໃຊ້​ເງິນຫຼາຍ​ຂຶ້ນ ບໍ່​ວ່າ​ຈະ​ເປັນ​ການເດີນທາງ​ໃນ​ປະເທດ​ທີ່​ຫຼາຍຂຶ້ນ ຫລື​ການເດີນທາງ​ໄປ​ຕ່າງ​ປະເທດ
    ຄວາມ​ຮັກບໍ່​ຄ່ອຍ​ໄດ້​ດັ່ງ​ໃຈ​ປານໃດ​ກ່ຽວກັບ​ເລື່ອງ​ຂອງ​ຄວາມ​ຮັກ ເພາະ​ຄົນ​ຮັກ​ມັກ​ຈະ​ເຮັດໃຫ້​ຮູ້ສຶກ​ກັງ​ວົນ​ໃຈ ເຄື່ອງມຸງຄຸນ​ໄຂ່ມຸກສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​2

    ຄົນເກີດວັນພຸດ:ການ​ງານ​ ຈະ​ເຮັດ​ທຸລະກິດ​ໃດ​ໆ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ ຈະເລີນ​ຮຸ່ງ​ເຮືອງ​ເປັນ​ຢ່າງຫຼາຍ ການ​ເງິນໃນ​ໄລຍະ​ນີ້​ມີ​ໂຊກ​ຈະ​ໄດ້​ເງິນ ຫລື ​ສ​ະຖາ​ນະ​ການ​ເງິນ​ຈະ​ດີ​ຂຶ້ນຫຼາຍກວ່າ​ແຕ່​ກ່ອນ ຄວາມ​ຮັກຕົນເອງ​ເປັນຄົນທີ່​ມີ​ສະເໜ່ຫຼາຍ​ໆ ຖ້າ​ຫາກ​ເດີນທາງ​ທ່ອງທ່ຽວຈະ​ມີ​ໂອ​ກາດ​ຮູ້​ຈັກຄົນທີ່​ຖືກ​ໃຈ ເຄື່ອງມຸງຄຸນ​​ເພັດສີແດງ
    ສີມຸງຄຸນສີແດງ ເລກ​ນຳ​ໂຊກ​8

    ຄົນເກີດວັນພະຫັດ:ການ​ງານໄລຍະ​ນີ້​​ກິດຈະການ​ງານ​ຢຸດ​ພັກ ເພາະ​ຢູ່ໃນ​ສະຖານະການ​ທີ່​ຕ້ອງ​ຖ້າຄຳ​ຕອບ​ຈາກ​ຝ່າຍ​ລູກ​ຄ້າ ຈຶ່ງ​ຈະ​ດຳ​ເນີນ​ການ​ທາງ​ທຸລະກິດ​ຕໍ່ໄປ​ໄດ້ ການ​ເງິນມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ຫຼັບ​ກັນ​ໄປ ເກັບ​ເງິນ​ບໍ່​ຄ່ອຍ​ຢູ່ ຄວນວາງ​ແຜນ​ການ​ໃຊ້​ຈ່າຍ​ໃຫ້​ດີ​ຂຶ້ນ ຄວາມ​ຮັກບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ເພາະ​ບໍ່​ຄ່ອຍ​ໄດ້​ສົນທະນາ ຫລື​ສື່​ສານ​ກັບ​ຄົນ​ຮັກ​ສັກ​ປານໃດ​ໃນ​ໄລຍະ​ນີ້ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນ ແຫວນຄໍາ ເລກ​ນຳ​ໂຊກ 0​

    ຄົນເກີດວັນສຸກ:ການ​ງານ​ຈະ​ເຮັດ​ທຸລະກິດ​ຫຍັງ​ກໍ​ໂຊ​ກດີ​ທີ່​ມີໝູ່ເພື່ອນ​ຄອຍ​ຖ້າ​ສະໜັບ​ສະໜູນຫຼື​ຊ່ວຍ​ເຫລືອ​ສະເໝີ ການ​ເງິນເຂົ້າ​ຂັ້ນ​ວິກິດ ມີ​ຄວາມ​ຕຶງ​ຄຽດ​ກ່ຽວກັບ​ເລື່ອງ​ຂອງ​ການ​ເງິນ​ໃນ​ໄລຍະ​ນີ້ ຄວາມ​ຮັກຄວາມ​ສຳພັນ​ກັບຄົນຮັກແມ່ນກຳ​ລັງ​ເບິ່ງ​ໃຈ​ກັນ​ຢູ່ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​7

    ຄົນເກີດວັນເສົາ:ການ​ງານສ້າງ​ຄວາມຫມັ້ນຄົງ​ໃຫ້​ກັບ​ທຸລະກິດ ເຮັດວຽກ​ໄດ້​ຕາມ​ເປົ້າ​ໝາຍ​ຢ່າງ​ທີ່​ຄາດ​ຫວັງ ການ​ເງິນມີ​ເລື່ອງ​ກວນ​ໃຈ​ກ່ຽວກັບ​ເລື່ອງ​ການ​ເງິນ ແຕ່​ກໍ​ຍັງ​ພໍ​ທີ່​ຈະ​ຫາ​ເຂົ້າ​ມາ​ໄດ້​ຢູ່ ຄວາມ​ຮັກໃຫ້​ເລືອກ​ຄົນ​ຮັກ​ທີ່​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ຕົນເອງ​ຈຶ່ງ​ຈະ​ດີ​ທີ່ສຸດ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​3

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.