ເວົ້າເລື່ອງການເຮັດວຽກ ການປັ່ນວຽກ ແອັດເຊື່ອວ່າມະນຸດເງິນເດືອນ ຜູ້ເຂົ້າມາໃຊ້ຊີວິດໃນເມືອງໃຫຍ່ ເຮັດວຽກເຮືອນເຊົ່າເຂົ້າຊື້ຈະເຂົ້າໃຈດີ ໃນການເຮັດວຽກເປັນຊົ່ວໂມງ ເຮັດວຽກແຂ່ງກັບເວລາ ບາງຄົນກໍ່ທຸ້ມສຸດຕົວເຮັດວຽກໜັກຈົນລືມແບ່ງເວລາເບີ່ງແຍງໂຕເອງ ເຊິ່ງເປັນເລື່ອງທີ່ໜ້າຫ່ວງຫຼາຍ.
ແຕ່ທັງນີ້ທັ້ງນັ້ນ ກໍ່ບໍ່ສະເພາະແຕ່ມະນຸດເງິນເດືອນເທົ່ານັ້ນ ລສມໄປເຖິງເຈົ້າຂອງກິດຈະການ ຫຼື ເຈົ້າຂອງທຸລະກິດຕ່າງໆ ກໍ່ມັກຈະມີຄົນປະເພດນີ້ຢູ່ ຄືໂຫມວຽກໜັກ ຈົນລືມສຸຂະພາບຂອງຕົນເອງ ສຸດທ້າຍກໍ່ຕ້ອງໄດ້ເຂົ້າໂຮງໝໍ ດັ່ງກໍລະນີນີ້.
ໂດຍມີຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສເປັນອຸທາຫອນໄວ້ວ່າ: ຝາກເປັນອຸທາຫອນເດີ ໃຜທີ່ພັກຜ່ອນໜ້ອຍ ນອນໜ້ອຍ ກີນເຂົ້າບໍ່ຕົງເວລາກີນແຕ່ຕົ້ມໝີ່ກິນແຕ່ເຂົ້າປຽກບາງເທື່ອກໍ່ເບິດມື້ບໍ່ໄດ້ກີນເຂົ້າ ເຮັດແຕ່ວຽກ ຈົນລືມສຸຂະພາບຕົວເອງຫັກໂຫມໂຕເອງຫຼາຍ ເຮັດວຽກໜັກເກີນກຳລັງ ຄິດແຕ່ວ່າບໍ່ເປັນຫຍັງ.
ແຕ່ຖ້າເປັນມາລະໜັກເດ໋ ຫຼາຍໂລກຈະລວມກັນ, ຄົນເຮົາກໍ່ບໍ່ຕ່າງຈາກເຄື່ອງຈັກຫຼືລົດຖ້າຂາດນໍ້າມັນກໍ່ບໍ່ສາມາດໄປໄດ້; ຂໍຝາກໄວ້ ສຸຂະພາບດີເປັນລາບອັນປະເສີດ ຖ້າໄປຫາໝໍບໍ່ທັນກະແມ່ນເຫຼືອແຕ່ຊື່ ໄດ້ຊີວິດໃໝ່ກັບມາຈຶ່ງມາຂຽນບອກເປັນອຸທາຫອນ ຕອນນີ້ກໍ່ຍັງປິ່ນປົວຢູ່ໂຮງໝໍຢູ່ ຫວັງວ່າອາການຈະດີຂື້ນເລື່ອຍໆ.
ແນວໃດກໍ່ຕາມແອັດຂໍໃຫ້ເຈົ້າຂອງໂພສນີ້ປິ່ນປົວຫາຍດີໄວໆເດີ້ ແລະ ກໍ່ຂໍຝາກເລື່ອງນີ້ໄວ້ເປັນອຸທາຫອນສໍາລັບໃຜຫຼາຍໆຄົນນໍາ.