5ປີ ມູນຄ່າການສົ່ງອອກ ບັນລຸໄດ້ປະມານ 26,5 ຕື້ໂດລາ ເພີ່ມຂຶ້ນສະເລ່ຍ 10,9% ຕໍ່ປີ

    0
    244

    ໄລຍະ 5 ປີ (2016-2020) ມູນຄ່າການສົ່ງອອກ ຂອງສປປລາວ ບັນລຸໄດ້ປະມານ 26,5 ຕື້ໂດລາ ອັດຕາເພີ່ມຂຶ້ນສະເລ່ຍ 10,9% ຕໍ່ປີ, ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນ 84%; ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 5 ປີ ບັນລຸໄດ້ປະມານ 52,7 ພັນຕື້ກີບ.


    ສະຫາຍ ສົມຈິດ ອິນທະມິດ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຜ່ານຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 05 ປີ (2021-2025)ຕໍ່ກອງປະຊຸມໃຫຍ່ອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້້ງທີ V ໃນວັນທີ 2ພະຈິກ 2021 ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ 2016-2020ວ່າ: ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 5 ປີ (2016-2020) ບັນລຸໄດ້ປະມານ 52,7 ພັນຕື້ກີບ, ອັດຕາເພີ່ມຂຶ້ນສະເລ່ຍ 9,22% ຕໍ່ປີ, ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນປະມານ 80%.


    ມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ)  ບັນລຸໄດ້ປະມານ 28,5 ພັນຕື້ກີບ, ອັດຕາເພີ່ມຂຶ້ນສະເລ່ຍ 10,2% ຕໍ່ປີ, ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນ 85,7%.


    ມູນຄ່າການສົ່ງອອກ 5 ປີ (2016-2020) ບັນລຸໄດ້ປະມານ 26,5 ຕື້ໂດລາ, ອັດຕາເພີ່ມຂຶ້ນສະເລ່ຍ 10,9% ຕໍ່ປີ, ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນ 84%;

    ມູນຄ່າການນໍາເຂົ້າ 5 ປີ (2016-2020) ບັນລຸໄດ້ປະມານ 25,7 ຕື້ໂດລາ, ອັດຕາເພີ່ມສະເລ່ຍ 4,5% ຕໍ່ປີ, ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນປະມານ 45%.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.